ຊຸດສຳມະນາພາຍໃຕ້ຫົວຂໍ້”ການຄຸ້ມຄອງເຕັກໂນໂລຊີວິທະຍຸ ແລະ ໂທລະພາບ ສປປ ລາວ” ໃຫ້ສຳມະນາກອນລາວທີ່ເຮັດວຽກໃນຂົງເຂດສື່ມວນຊົນຈຳນວນ 28 ຄົນ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ກົມສື່ມວນຊົນ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ກົມສື່ມວນຊົນກະຊວງປ້ອງກັນຄວາມສະຫງົບ, ກົມໂຄສະນາ ແລະ ວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ, ກົມສື່ມວນຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກົມຂໍ້ມູນ ສູນກາງສະຫະພັນກຳມະບານລາວ, ສູນໂຄສະນາຂ່າວສານການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ອັດລົງດ້ວຍຜົນສຳເລັດໃນຕອນເຊົ້າວັນທີ 16 ມິຖຸນາ 2026 ຢູ່ຫ້ອງປະຊຸມເບີ 3 ໂຮງແຮມສະຕະວັດທີ 21 ທີ່ເມືອງສາວຢາງ ນະຄອນຫຼວງປັກກິ່ງ ສປ ຈີນ.
ໄລຍະສຳມະນາເປັນເວລາ 14 ວັນ, ສື່ມວນຊົນລາວໄດ້ຮຽນຮູ້ພາກທິດສະດີກ່ຽວກັບວິທີປະຕິບັດງານການພັດທະນາອຸດສາຫະກຳວິທະຍຸ-ໂທລະພາບ ແລະ ການຮ່ວມສາກົນຂອງຈີນ ພາຍໃຕ້ການຊີ້ນຳຂອງແນວຄິດສີຈິ້ນຜິງ ດ້ານວັດທະນະທຳ, ຫຼັກການດ້ານເຕັກໂນໂລຊີຂອງວິທະຍຸກະຈາຍສຽງ ແລະ ໂທລະພາບ, ການອອກອາກາດລາຍການໂທລະພາບດີຈີຕອນທີ່ມີຄວາມລະອຽດສູງ, ການພັດທະນາສື່ປັນຍາປະດິດ ຫຼື AI, ການເພີ່ມກຳລັງແຮງໃຫ້ແກ່ການພັດທະນາຂອງສື່ມວນຊົນ, ການຜະລິດສື່ລວມທີ່ມີຄວາມລະອຽດສູງພິເສດ, ການຄົ້ນຫາເຕັກໂນໂລຊີຈຳລອງປຽບເໜືອນຄວາມຈິງຂອງສື່ລວມ, ການຕະຫຼາດໃນສື່ແບບໃໝ່ພາຍໃຕ້ສະພາບຫາງສຽງສັງຄົມ, ຈັບໄດ້ຄຸນຄ່າທີ່ເປັນຕົວນຳຈາກປະເດັນຮ້ອນ, ການຜະລິດເນື້ອໃນລາຍການ ແລະ ກົນລະຍຸດ(ວິທີການ)ໃນການເລົ່າເລື່ອງ, ເຕັກນິກການຕັດຕໍ່ວິດີໂອດ້ວຍລະບົບ Avid Mediacompeser ແລະ ແນວຄິດສ້າງສັນການຖ່າຍທຳລາຍການໂທລະພາບ, ຄວາມຮູ້ດ້ານການຕະຫຼາດຂອງສື່ ແລະ ການສ້າງລະຄອນສັ້ນ ໂດຍນຳໃຊ້AI.

ນອກຈາກຮຽນພາກທິດສະດີແລ້ວ, ສຳມະນາກອນສື່ມວນຊົນລາວ 28 ຄົນ ຍັງໄດ້ລົງພາກປະຕິບັດຕົວຈິງດ້ວຍການໄປທັດສະນະສຶກສາກ່ຽວກັບການພັດທະນາເຕັກໂນໂລຊີທັນສະໄໝ, ສຳພັດວັດທະນະທຳທີ່ຫຼາກຫຼາຍຢູ່ນະຄອນຫຼວງປັກກິ່ງ ເຊັ່ນ:ກຳແພງເມືອງຈີນ, ຫໍສົ່ງສັນຍານຂອງໂທລະພາບ CCTV ແລະ ສູນຄົ້ນຄວ້າປັນຍາປະດິດ. ພ້ອມນັ້ນ, ຍັງໄດ້ໄປທັດສະນະສຶກສາການພັດທະນາເຕັກໂນໂລຊີດ້ານວິທະຍຸກະຈາຍສຽງ ແລະ ໂທລະພາບດ້ວຍລະບົບປັນຍາປະດິດ ຢູ່ນະຄອນເສິງຕູ່ ແຂວງເສສວນຕື່ມອີກ.

ເຂົ້າຮ່ວມພິທີປິດຊຸດສຳມະນາຄັ້ງນີ້, ມີທ່ານ ເຮີ ຕົງໂປ້(He Dongbo) ຮອງຜູ້ຈັດການໃຫຍ່ບໍລິສັດວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນ ຈຳກັດ ຫຼື CBIC, ພ້ອມດ້ວຍຄະນະຮັບຜິດຊອບຊຸດສຳມະນາ ແລະ ສຳມະນາກອນລາວ.
ຊຸດສຳມະນາຄັ້ງນີ້, ໂດຍການເປັນເຈົ້າພາບຂອງກະຊວງການຄ້າ ແຫ່ງ ສປ ຈີນ ແລະ ຈັດຕັ້ງປະຕິບັດໂດຍບໍລິສັດ ວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນຈຳກັດ(CBIC).

