Homeຂ່າວການເມືອງຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນ ຄັ້ງທີ 44

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນ ຄັ້ງທີ 44

ໃນລະຫວ່າງວັນທີ 15-18 ມິຖຸນາ 2026 ນີ້, ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ສັນຕິສຸກ ພິມມະຈັນ ຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ,​ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ຂອງ ສປປ ລາວ (SOE) ພ້ອມດ້ວຍຄະນະຈາກກົມວິຊາການກ່ຽວຂ້ອງ ແລະ ລັດວິສາຫະກິດໄຟຟ້າລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນ ແລະ ກອງປະຊຸມປິ່ນອ້ອມ ຄັ້ງທີ 44 ຜ່ານທາງລະບົບອອນລາຍ ພາຍໃຕ້ການເປັນປະທານຂອງ ປະເທດ ຟິລິປິນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ຂອງປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ (ASEC), ສູນພະລັງງານອາຊຽນ (ACE) ແລະ ບັນດາຄູ່ຮ່ວມມືດ້ານພະລັງງານ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອທົບທວນຜົນການຈັດຕັ້ງປະຕິບັດວຽກປະຈໍາປີ ລວມທັງການຕິດຕາມ ຄວາມຄືບໜ້າໃນການດຳເນີນງານຕາມແຜນປະຕິບັດການຮ່ວມມືດ້ານພະລັງງານອາຊຽນ (APAEC 2026–2030) ໃນ 7 ໜ້າວຽກຍ່ອຍຂອງຂະແໜງພະລັງງານ ຄື: ວຽກງານນ້ຳມັນ ແລະ ອາຍແກັສ, ການປ່ຽນຜ່ານຖ່ານຫີນສູ່ເຕັກໂນໂລຊີສະອາດ, ການອະນຸລັກ ແລະ ພະລັງງານ, ການພັດທະນາພະລັງງານທົດແທນ, ການນຳໃຊ້ພະລັງງານນິວເຄລຍ ເພື່ອສັນຕິ, ການເຊື່ອມໂຍງລະບົບພະລັງງານຂອງອາຊຽນ ແລະ ໜ້າວຽກນະໂຍບາຍວາງແຜນພະລັງງານໃນພາກພື້ນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ລາຍງານກ່ຽວກັບຄວາມຄືບໜ້າແຜນວຽກພະລັງງານປະຈໍາປີ (Annual Priority Energy) ພາຍໃຕ້ການເປັນປະທານຂອງຟິລິບປິນ ເພື່ອກະກຽມສະເໜີຮັບຮອງ ໃນກອງປະຊຸມລະດັບລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 44 (44th AMEM) ທີ່ຈະຈັດຂຶ້ນໃນເດືອນກັນຍາ 2026 ທີ່ຟີລິບປິນ ເພື່ອຮ່ວມກັນຂັບເຄື່ອນການຮ່ວມມືດ້ານພະລັງງານອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ຮອງຮັບການປ່ຽນຜ່ານພະລັງງານໃນພາກພື້ນ ຢ່າງມີປະສິດທິຜົນ.

ພ້ອມນີ້, ບັນດາປະເທດສະມາຊິກ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບຜົນກະທົບຈາກສະຖານະການໃນຕາເວັນອອກກາງ ຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງອາຊຽນ ໂດຍໄດ້ຮັບຟັງການນຳສະເໜີກ່ຽວກັບການສຶກສາການສ້າງຄັງສຳຮອງນ້ຳມັນຂອງພາກພື້ນ, ມາດຕະການຮັບມືສະພາບສຸກເສີນດ້ານພະລັງງານ ແລະ ການປະເມີນຄວາມຍືດຍຸ່ນຂອງລະບົບພະລັງງານພາກພື້ນ. ພ້ອມທັງໄດ້ພິຈາລະນາຂໍ້ສະເໜີກອບແຜນທາງ ASEAN Regional Integrated Energy System (ARIES) ເພື່ອສົ່ງເສີມການເຊື່ອມໂຍງລະບົບພະລັງງານຂອງອາຊຽນ ໃນອະນາຄົດ.

ຂໍ້ມູນ-ພາບ: ຂ່າວສານ ອຄ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments