Homeຂ່າວໜ້າໜຶ່ງປິດການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026””

ປິດການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026””

ວັນທີ 12 ມິຖຸນາ 2026 ນີ້, ທີ່ສະໜາມຫັດແອບ ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ປິດການຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026”, ໂດຍການຮ່ວມເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026” ແລະ ສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບຣັດເຊຍ, ມີຄະນະຊີ້ນໍາການເຝິກອົບຮົມ-ຫັດແອບ , ມີຄະນະຊີ້ນໍາ ລາວ-ຣັດເຊຍ, ຕາງໜ້າຄະນະນຳບັນດາກົມໃຫຍ່, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານ ທັງສອງກອງທັບ ລາວ-ຣັດເຊຍ ເຂົ້າຮ່ວມ.

ໃພິທີ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ຂອງການເຝິກອົບຮົມ-ຫັດແອບ ໃນຄັ້ງນີ້, ພ້ອມເນັ້ນໜັກ ໃຫ້ບັນດາເຫຼົ່າຮົບ ພາຍຫຼັງໄດ້ເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ‘’ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2026” ເຊິ່ງໄດ້ສຶກສາຮຽນຮູ້ ສິນລະປະຍຸດ-ຍຸດທະວິທີ ໃນດ້ານຕ່າງໆ ເປັນຕົ້ນການນໍາໃຊ້ອາວຸດ, ປະສານສົມທົບກັບພະຫະນະທີ່ທັນສະໄໝ, ປືນໃຫຍ່, ເຮືອບີນບໍ່ມີຄົນຂັບ (ໂດຣນ), ການສູ້ຮົບບທາງນໍ້າ, ນໍາສົ່ງກໍາລັງທາງອາກາດ ເພື່ອເປັນຍົກສູງປະສົບການ ການປະສານສົມທົບສູ້ຮົບຮ່ວມກັນ, ເປັນການຮ່ວມມື ລະຫວ່າງ ປະຊາຊົນ ສອງຊາດ ລາວ-ຣັດເຊຍ ເວົ້າລວມ, ເວົ້າສະເພາະ ແມ່ນສອງກອງທັບ ໃຫ້ນັບມື້ນັບໜັກແໜ້ນ ແລະ ຮອບດ້ານຍີ່ງໆຂຶ້ນ, ຍົກສູງຄວາມອາດສາມາດຂອງກອງທັບ ທັງພາຍໃນ ແລະ ໃນເວທີສາກົນຮ່ວມກັນ.

ສະຫາຍ ພັນເອກ ອີວານ ຕາຣາເຢັບ ໄດ້ກ່າວວ່າ: ຜ່ານການຈັດຕັ້ງຊ້ອມຮົບຮ່ວມໃນຄັ້ງນີ້, ນາຍ ແລະ ພົນທະຫານ ສອງຝ່າຍໄດ້ແລກປ່ຽນຖອດຖອນບົດຮຽນການນໍາໃຊ້ພະຫະນະ, ອາວຸດຕ່າງໆ ລວມເຖິງຍຸດທະວິທີໃນການສູ້ຮົບ, ແລກປ່ຽນວັດທະນະທຳ ຕະຫຼອດຮອດການເຄື່ອນໄຫວກິດຈະກຳຕ່າງໆ ຮ່ວມກັນ, ເພື່ອເປັນການຍົກລະດັບຄວາມຮູ້ຂີດຄວາມສາມາດ ດ້ານການວາງແຜນການ, ວຽກງານການກະກຽມຈັດຕັ້ງຊ້ອມຮົບ ແລະ ແບບແຜນການບັນຊາກົມກອງ, ສິລະປະຍຸດ-ຍຸດທະວິທີ ການສູ້ຮົບ ໃຫ້ຊໍານິຊໍານານ ໂດຍສະເພາະການນໍາໃຊ້ພາຫະນະເຕັກນິກ, ອາວຸດທີ່ທັນສະໄໝ ເຊິ່ງສິ່ງເຫຼົ່ານີ້ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບມີແບບແຜນ ແລະ ທັນສະໄໝ ໃນໄລຍະໃໝ່.

ຈາກຜົນສໍາເລັດໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ ໃນຄັ້ງນີ້, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ປະດັບຫຼຽນໄຊພິລະອາດຫານ ແລະ ຫຼຽນກາມິດຕະພາບ ຂອງກອງທັບປະຊາຊົນລາວ ໃຫ້ຄະນະນໍາຣັດເຊຍ ແລະ ຝ່າຍລາວ ຢ່າງສົມກຽດ. ໂອກາດດັ່ງກ່າວ ຍັງໄດ້ຈັດພິທີ ບາສີສູ່ຂັວນໃຫ້ແກ່ ນາຍ ແລະ ພົນທະຫານຝ່າຍ ຣັດເຊຍ ເພື່ອສະແດງເຖີງຮິດຄອງປະເພນີອັນດີງາມ ຂອງຊາດລາວ, ຄົນລາວ ເພື່ອສະແດງຄວາມສາມັກຄີ, ຮັກແພງ ແລະ ເພື່ອອວຍພອນໄຊ ແດ່ບັນດາສະຫາຍຄະນະຊີ້ນໍາ, ຄູເຝິກ ແລະ ຊ່ຽວຊານຣັດເຊຍ ທີ່ເດີນທາງມາໃຫ້ການເຝິກອົບຮົມຫັດແອບໃຫ້ກອງທັງລາວ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments