Homeຂ່າວກິລາຫັກປາກກາຊຽນ! ເຄັບເວີດ ຢັນສະເໝີກັບ ແອັດສະປາຍ ບານໂລກ 2026 ກຸ່ມ H

ຫັກປາກກາຊຽນ! ເຄັບເວີດ ຢັນສະເໝີກັບ ແອັດສະປາຍ ບານໂລກ 2026 ກຸ່ມ H

ການແຂ່ງຂັນເຕະບານໂລກ 2026 ໃນຄືນວັນທີ 15 ມິຖຸນາ 2026 ຫຼື ກົງກັບຕອນເຊົ້າວັນທີ 16 ມິຖຸນານີ້ ຕາມເວລາໃນ ສປປ ລາວ ເປັນການລົງສະໜາມຂອງກຸ່ມ H ທີ່ ສະໜາມເມັດໄລ້ ສະເຕດ້ຽມ ສະຫະລັດອາເມຣິກາ ລະຫວ່າງ ທີມຊາດແອັດສະປາຍ (ສະເປນ) ແຊັມໂລກ 1 ສະໄໝ ແລະ ແຊັມເອີໂຣ ພົບກັບ ທີມຊາດເຄັບເວີດ ທີມນ້ອງໃໝ່ຂອງລາຍການນີ້.

ເກມນີ້ຖືວ່າເປັນໄປຕາມທີ່ຄາດໄວ້ ພໍແຕ່ກຳມະການເປົ່າໝາກຫວີດເລີ່ມຕົ້ນການແຂ່ງຂັນ ກໍເປັນ ແອັດສະປາຍ ທີ່ເປີດເກມບຸກເຂົ້າກົດດັນໃສ່ທີມຊາດເຄັບເວີດ (Cape Verde) ຕະຫຼອດ 90 ນາທີ ແຕ່ບໍ່ສາມາດສົ່ງບານເຂົ້າປະຕູໄດ້ ເຮັດໃຫ້ຈົບເກມສະເໝີກັນໄປແບບບໍ່ມີສະກໍ 0-0 ແບ່ງກັນໄປທີມລະ 1 ຄະແນນ. ຕະຫຼອດທັງເກມ ແອັດສະປາຍ ສ້າງໂອກາດລຸ້ນປະຕູຫຼາຍຈັງຫວະ ແຕ່ກໍບໍ່ສາມາດຜ່ານມື ໂວຊິນຢາ ຜູ້ຮັກສາປະຕູ ໄວ 40 ປີຂອງເຄັບເວີດ ທີ່ໂຊຟອມເຊັບໄດ້ຢ່າງໂດດເດັ່ນ ກ່ອນຈົບເກມແບບບໍ່ມີສະກໍ.

ທາງດ້ານ ເຄັບເວີດ ສ້າງປະຫວັດສາດເກັບແຕ້ມທຳອິດໃນເວທີບານໂລກໄດ້ສຳເລັດ ຕັ້ງແຕ່ນັດທຳອິດ ເຖິງວ່າຕ້ອງປະເຊີນໜ້າກັບ ແອັດສະປາຍ ທີມຍັກໃຫຍ່ຈາກເອີຣົບ ແລະ ໜຶ່ງໃນທີມເຕັງແຊ້ມຂອງລາຍການນີ້. ສຳລັບໂປຣແກຣມ ນັດຕໍ່ໄປ ແອັດສະປາຍ ຈະພົບກັບ ອາຣັບບີ ຊາອຸ, ສ່ວນ ເຄັບເວີດ ຈະພົບກັບ ອູຣູໄກວ ໃນວັນທີ 21 ມິຖຸນາ 2026.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments