ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ໄດ້ເປັນປະທານການເຮັດວຽກກັບຂະແໜງການສຶກສາ – ບຳລຸງສ້າງ ແລະ ບັນດາອົງການທີ່ກ່ຽວຂ້ອງກັບວຽກງານກະກຽມສົກຮຽນໃໝ່ 2026 – 2027 ແລະ ໝາກຜົນຂອງການປະຕິບັດມະຕິເລກທີ 71 ສະບັບອອກໃນວັນທີ 22 ສິງຫາ 2025 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາການສຶກສາບຳລຸງສ້າງ.
ທ່ານເລຂາທິການໃຫຍ່ ປະທານປະເທດ ຊີ້ແຈ້ງວ່າ: ວຽກງານກະກຽມໃຫ້ແກ່ສົກຮຽນ 2026 – 2027 ແມ່ນການທົດລອງທຳອິດກ່ຽວກັບຄວາມສາມາດໃນການຜັນຂະຫຍາຍມະຕິເລກທີ 71 ຂອງກົມການເມືອງ ໃນຕົວຈິງ. ດັ່ງນັ້ນ, ບັນດາທ້ອງຖິ່ນ ຕ້ອງມີຄວາມຮັບຜິດຊອບຮັບປະກັນພື້ນຖານວັດຖຸ, ໂຮງຮຽນ, ຫ້ອງຮຽນ, ປຶ້ມຕາລາຮຽນ, ວັດຖຸອຸປະກອນຢ່າງພຽງພໍໂດຍພື້ນຖານໃຫ້ແກ່ສົກຮຽນໃໝ່; ຢຶດໝັ້ນບໍ່ປະໃຫ້ນັກຮຽນຄົນໃດປະຮຽນຍ້ອນປະສົບກັບຄວາມຫຍຸ້ງຍາກ.
ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ: ນະໂຍບາຍຕ້ອງປະຕິບັດຕາມຫຼັກການ ບ່ອນໃດປະສົບກັບຄວາມຫຍຸງຍາກ ບ່ອນນັ້ນໄດ້ຮັບການໜູນຊ່ວຍຫຼາຍກວ່າເກົ່າ, ຄູສອນຢູ່ບ່ອນໃດປະສົບກັບຄວາມຫຍຸ້ງຍາກໄດ້ຮັບນະໂຍບາຍດີກວ່າເກົ່າ. ສຳລັບຊາວຊົນເຜົ່າສ່ວນໜ້ອຍ, ເຂດພູສູງ, ຊາຍແດນ, ທະເລໝູ່ເກາະ, ຕ້ອງໃຫ້ບຸລິມະສິດຂັ້ນອະນຸບານ, ຮຽນພາສາຫວຽດກ່ອນເຂົ້າ ປ.1, ໂຮງຮຽນບໍ່ພຽງແຕ່ແມ່ນບ່ອນສອນໜັງສືເທົ່ານັ້ນ ຫາກຍັງແມ່ນຊາຍຄາລວມຊຸມຊົນ, ປະກອບສ່ວນຮັກສາວັດທະນະທຳ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ປົກປ້ອງເຂດຊາຍແດນຂອງປະເທດຊາດອີກດ້ວຍ.

