Homeຂ່າວຕ່າງປະເທດບໍ່ຄິດເພື່ອຕົນເອງ ແລະ ບໍ່ເຮັດໃຫ້ປະຊາຊົນຜິດຫວັງ

ບໍ່ຄິດເພື່ອຕົນເອງ ແລະ ບໍ່ເຮັດໃຫ້ປະຊາຊົນຜິດຫວັງ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ປີ 1983, ທ່ານ ສີຈິ້ນຜິງ ເລຂາຄະນະພັກເມືອງເຈິ້ງຕີ້ງ ແຂວງເຫີເປີຍ ໃນເວລານັ້ນ, ໄດ້ຕັ້ງໂຕະຢູ່ຕາມຖະໜົນເປັນການຊົ່ວຄາຍເພື່ອຮັບຟັງຄຳຄິດເຫັນຂອງປະຊາຊົນ.

ວັນທີ 13 ກັນຍາ 2021, ທ່ານ ສີຈິ້ນຜິງ ເລຂາທິກາໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ລົງລົດຊົ່ວຄາວໃນລະຫວ່າງເດີນທາງໄປລົງຢ້ຽມຢາມ ບ້ານກ່າວຊີໂກ່ວ ເມືອງມີ໋ຈື່ ແຂວງສ້ານຊີ, ເພື່ອກວດເບິ່ງການເຕີບໂຕຂອງພືດພັນທັນຍາຫານ, ພ້ອມທັງໂອລົມສົນທະນາກັບຊາວບ້ານທີ່ພວມເຮັດໄຮ່ເຮັດນາຢ່າງສະໜິດສະໜົມ.

ວັນທີ 3 ເມສາ 2024, ໃນໂອກາດເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຢູ່ນະຄອນຫລວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ໂອ້ລົມລູກຫລານກອງເຍົາວະຊົນຢ່າງໃກ້ຊິດ, ສົ່ງເສີມໃຫ້ທຸກຄົນຕັ້ງໃຈຮ່ຳຮຽນຢ່າງດຸໝັ່ນ, ອອກກຳລັງກາຍ, ເຕີບໃຫຍ່ຢ່າງແຂງແຮງ ແລະ ພັດທະນາຮອບດ້ານທັງດ້ານຄຸນສົມບັດ, ປັນຍາ, ສິລະປະ, ພະລະ ແລະ ແຮງງານ, ພະຍາຍາມສູ້ຊົນກາຍເປັນກຳລັງຫລັກແຫລ່ງຂອງປະເທດຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments