Homeຂ່າວໜ້າໜຶ່ງຫົວໜ້າ ຄຕພ ຕ້ອນຮັບ ທູດຕ່າງປະເທດ ປະຈໍາ ລາວ

ຫົວໜ້າ ຄຕພ ຕ້ອນຮັບ ທູດຕ່າງປະເທດ ປະຈໍາ ລາວ

ໃນວັນ​ທີ 15 ມິຖຸນາ 2026 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ (ຄຕພ) ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອໍາລາຂອງ​ ທ່ານ ນາງ ເມວ ບາໂລ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ເເຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຄັນ ວາຊອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ສປປ ລາວ (ຄົນທໍາອິດ) ທີ່ມີສໍານັກງານ ຢູ່ ນະຄອນຫລວງວຽງຈັນ.

​ໃນໂອກາດດັ່ງ​ກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະ​ແດງ​ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ ຂອງ ທ່ານ ນາງ ເມວ ບາໂລ ໃນໄລຍະເວລາ 3 ປີຜ່ານມາ, ຊຶ່ງ ທ່ານທູດ ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້, ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອັງກິດ ແລະ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ພ້ອມນີ້, ກໍໄດ້ສະ​ແດງ​ຄວາມ​ຂອບ​ໃຈ​​ຕໍ່​ການສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ຈາກປະຊາຊົນ ແລະ ​ລັດ​ຖະ​ບານອັງກິດ ​​ໃນ​ໄລ​ຍະ​​ຜ່ານ​ມາ, ຊຶ່ງໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສາ ແລະ ​ພັດ​ທະ​ນາ ສປ​ປ ລາວ.

ໂອກາດນີ້, ທ່ານ ນາງ ເມວ ບາໂລ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ການນໍາພັກ-ລັດຂອງ ລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດຢ່າງຈົບງາມ. ນອກນີ້, ທ່ານທູດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ພ້ອມນີ້, ທ່ານ ບຸນເຫລືອ ພັນດານຸວົງ ຍັງໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ເຄັນ ວາຊອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ສປປ ລາວ, ພ້ອມທັງຊົມເຊີຍຕໍ່ການເຄື່ອນໄຫວຢ່າງຫ້າວຫັນຂອງ ທ່ານທູດ ໃນການປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ການາດາ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊຸກຍູ້ ແລະ ສົ່ງເສີມການຮ່ວມມືດ້ານການຄ້າເສລີອາຊຽນ (FTA) ໃນຂອບການຮ່ວມມື ອາຊຽນ-ການາດາ ແລະ ການສົ່ງເສີມການຄ້າ-ການລົງທຶນ ສອງຝ່າຍ ທີ່ການາດາ ໄດ້ຈັດຕັ້ງປະຕິບັດ ລະຫວ່າງ ກະຊວງກ່ຽວຂ້ອງຂອງ ລາວ ກັບ ຫ້ອງການສະພາການຄ້າ ການາດາ ປະຈໍາ ສປປ ລາວ (Canadian Chambers of Commerce) ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ການາດາ ທີ່ໃຫ້ທຶນຊ່ວຍເຫລືອໂຄງການຕ່າງໆ ໃຫ້ແກ່ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍຜ່ານອົງການຈັດຕັ້ງ ພາກພື້ນ ແລະ ສາກົນ ເຊັ່ນ: ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊັບພະຍາກອນມະນຸດຜ່ານທຶນການສຶກສາ SEED ແລະ ການຊ່ວຍເຫລືອດ້ານມະນຸດສະທຳຕ່າງໆ. ສປປ ລາວ ມີຄວາມຍິນດີຕ້ອນຮັບ ນັກລົງທຶນ ແລະ ນັກທ່ອງທ່ຽວ ຈາກ ການາດາ. ພ້ອມນັ້ນ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບພາລະບົດບາດ, ຄວາມຮັບຜິດຊອບ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ການເຄື່ອນໄຫວຂອງສະຖານທູດຕາມພາລະບົດບາດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ພັດທະນາສາຍພົວພັນ ລາວ ແລະ ການາດາ ໃຫ້ນັບມື້ພັດທະນາຂຶ້ນໄປເລື້ອຍໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments