ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງ) ຂັ້ນສູນກາງ ໃນວັນທີ 15 ມິຖຸນາ 2026 ໂດຍການເປັນປະທານຂອງ ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ພ້ອມດ້ວຍອະດີດການນຳອາວຸໂສ, ກົມກອງອ້ອມຂ້າງ ແລະ ຄະນະຮັບຜິດຊອບປັບປຸງກົດໝາຍເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພົຈວ ອານຸເດດ ຄູນຄໍາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍດັ່ງກ່າວ ໂດຍຍົກໃຫ້ເຫັນຄວາມຈໍາເປັນ ແລະ ເຫດຜົນໃນການປັບປຸງກົດໝາຍ ຊຶ່ງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບທຳອິດ ແມ່ນໄດ້ປະກາດໃຊ້ໃນປີ 2007 ຕໍ່ມາໄດ້ມີການປັບປຸງຄັ້ງທີໜຶ່ງ ແລະ ຖືກຮັບຮອງປະກາດໃຊ້ໃນປີ 2017 ຊຶ່ງເປັນສະບັບນໍາໃຊ້ໃນປັດຈຸບັນ ໄດ້ເປັນບ່ອນອີງທີ່ສໍາຄັນ ໃຫ້ແກ່ກົມກອງເຫລົ່າວິຊາສະເພາະນາຍ ແລະ ພົນຕຳຫລວດ ຂອງກໍາລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນເຂັ້ມແຂງ, ຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະ, ການຊີ້ນໍາ-ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາກໍາລັງ, ໄດ້ຫັນເຂົ້າສູ່ກົດໝາຍ ແລະ ລະບຽບຫລັກການເທື່ອລະກ້າວ. ມາຮອດປັດຈຸບັນ, ກົດໝາຍສະບັບດັ່ງກ່າວ ໄດ້ຈັດຕັ້ງປະຕິບັດ ເປັນເວລາ 8 ປີ ເຮັດໃຫ້ບາງພາກ, ໝວດ ແລະ ບາງມາດຕາ ມີເນື້ອໃນບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ.

ຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງໃນບາງພາກ, ໝວດ ແລະ ມາດຕາ ຂອງກົດ ໝາຍສະບັບດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກໍາລັງ ທັງເປັນການຍົກສູງຖານະ, ບົດບາດໜ້າທີ່ການເມືອງຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ເປັນການປັບປຸງແບບແຜນວິທີເຮັດວຽກ, ແບບແຜນການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດ ຕາມ, ກວດກາ, ຈັນຍາບັນ-ຈັນຍາທໍາ ຂອງນາຍ ແລະ ພົນຕຳຫລວດ ໃນກຳລັງປ້ອງກັນຄວາມສະຫງົບ, ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ແທດເໝາະ, ຖືກຕ້ອງ ແລະ ສອດຄ່ອງຂຶ້ນກວ່າເກົ່າໄປຕາມທິດການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຢ່າງເຂັ້ມງວດເທື່ອລະກ້າວ ໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ-ສັງຄົມ ໃຫ້ມີຄວາມຮັບປະກັນເຮັດໃຫ້ປະເທດຊາດ ມີສະຖຽນລະພາບຄວາມໝັ້ນຄົງ.
ສໍາລັບ ໂຄງປະກອບ ຂອງກົດໝາຍວ່າດ້ວຍກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນ ສະບັບປີ 2017 ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ, ພາຍຫລັງປັບປຸງຮ່າງກົດໝາຍສະບັບນີ້ ປະກອບມີ X ພາກ, 8 ໝວດ ແລະ 66 ມາດຕາ. ໃນນັ້ນ, ໄດ້ເພີ່ມເຂົ້າໃໝ່ 1 ພາກ, 2 ໝວດ, 12 ມາດຕາ ແລະ ປັບປຸງ 46 ມາດຕາ, ຮັກສາເດີມ 8 ມາດຕາ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ບັນດາເນື້ອໃນ, ພາກ, ໝວດ ແລະ ມາດຕາ ທີ່ໄດ້ຮັບການປັບປຸງ ແລະ ເພີ່ມເຂົ້າໃໝ່ ເພື່ອເປັນຂໍ້ມູນອັນສໍາຄັນ ໃຫ້ແກ່ຄະນະຮັບ ຜິດຊອບ ນຳໄປພິຈາລະນາປັບປຸງຮ່າງກົດໝາຍສະບັບນີ້ ໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ ໃຫ້ເກີດຜົນສູງສຸດ ໃນຕໍ່ໜ້າ.
ຂ່າວ-ພາບ: ແກ້ວ ອຸເພັດ

