ວັນທີ 11 ມິຖຸນາ ຜ່ານມາ, 2026 ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ຜູ້ປະຈຳການລັດຖະບານ ໄດ້ຢ້ຽມຢາມ, ຕິດຕາມຄວາມຄືບໜ້າຂອງການດຳເນີນງານ ແລະ ຢ້ຽມຊົມຂະບວນການຜະລິດຂອງໂຮງງານກັ່ນຫລອມວັດຖຸມີຄ່າລາວ-ສາກົນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຊຶ່ງການຢ້ຽມຢາມຄັ້ງນີ້ຖືເປັນວາລະທີ່ມີຄວາມໝາຍຄວາມສຳ ຄັນຢ່າງຍິ່ງ ແລະ ເປັນຂີດໝາຍອັນດີຕໍ່ກັບການພັດທະນາໂຄງການ ຖືກຕ້ອນຮັບໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງໂຮງງານກັ່ນຫລອມວັດຖຸມີຄ່າລາວ-ສາກົນ ພ້ອມດ້ວຍຄະນະຜູ້ບໍລິ ຫານ.
ໂອກາດນີ້, ທ່ານ ຈັນທອນ ສິດທິໄຊ ໄດ້ນຳສະເໜີບົດລາຍງານພາບລວມ ຄວາມເປັນມາ ແລະ ວິໄສທັດການພັດທະນາຂອງໂຄງການ ໃຫ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຊາບ ຊຶ່ງເນື້ອໃນບົດລາຍງານໄດ້ເນັ້ນເຖິງຄວາມພ້ອມດ້ານເຕັກໂນໂລຊີ ລະບົບການຄຸ້ມຄອງ ແລະ ການກັ່ນຫລອມທີ່ທັນສະໄໝ ຕະຫລອດຮອດແຜນການພັດທະນາໃນຕໍ່ໜ້າ ທີ່ມຸ່ງເນັ້ນການຍົກລະດັບມາດຕະຖານການຜະ ລິດໃຫ້ທຽບເທົ່າກັບລະດັບສາກົນ ໂດຍໄດ້ເນັ້ນຢ້ຳເຖິງຄວາມມຸ່ງໝັ້ນໃນການວາງລະບົບ ແລະ ຂະ ບວນການຜະລິດໃຫ້ສອດຄ່ອງກັບ ມາດຕະຖານຂອງສະມາຄົມຕະຫລາດຄຳ ແຫ່ງລອນດອນ ຊຶ່ງເປັນມາດຕະຖານສູງສຸດທີ່ໄດ້ຮັບການຍອມຮັບໃນລະດັບໂລກ, ການຍຶດໝັ້ນໃນມາດຕະຖານດັ່ງກ່າວບໍ່ພຽງແຕ່ເປັນການຢັ້ງຢືນເຖິງຄຸນນະພາບຄວາມບໍລິສຸດຂອງໂລຫະມີຄ່າເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນຈາກ ສປປ ລາວ ໃຫ້ກ້າວສູ່ເວທີການຄ້າສາກົນ, ໂຮງງານກັ່ນຫລອມວັດຖຸມີຄ່າລາວ-ສາກົນມີຄວາມມຸ່ງໝັ້ນ ທີ່ຈະເປັນສ່ວນໜຶ່ງໃນການຂັບເຄື່ອນ ແລະ ພັດທະນາເສດຖະກິດ-ສັງຄົມຂອງລາວ ໂດຍສະເພາະການສ້າງມູນຄ່າເພີ່ມໃຫ້ຊັບພະຍາກອນແຮ່ທາດ ແລະ ວັດຖຸມີຄ່າພາຍໃນປະເທດໃຫ້ສາມາດແຂ່ງຂັນ ແລະ ໄດ້ຮັບການຍອມຮັບໃນເວທີສາກົນຢ່າງຍືນຍົງ.

ພ້ອມກັນນັ້ນ, ຄະນະຜູ້ບໍລິຫານຍັງໄດ້ນຳພາທ່ານຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມຊົມພື້ນທີ່ການຜະລິດ ລະບົບເຕັກໂນໂລຊີທີ່ທັນສະໄໝ ແລະ ຂັ້ນຕອນການເຮັດວຽກຕົວຈິງພາຍໃນໂຮງງານທີ່ມີຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມທີ່ໄດ້ມາດຕະຖານລະດັບສາກົນ.
ໂອກາດຢ້ຽມຊົມໂຮງງານຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ກັບຄວາມມຸ່ງໝັ້ນ ແລະ ຄວາມພະຍາຍາມຂອງຄະນະຜູ້ບໍລິຫານໂຮງງານກັ່ນຫລອມວັດຖຸມີ ຄ່າລາວ-ສາກົນ ທີ່ໄດ້ສ້າງຕັ້ງໂຮງງານກັ່ນຫລອມທີ່ມີມາດຕະຖານສູງ ແລະ ເປົ້າໝາຍທີ່ຊັດເຈນ ໃນການກ້າວສູ່ມາດຕະຖານ LBMA, ນັ້ນຖືເປັນບາດກ້າວທີ່ຖືກຕ້ອງ ແລະ ເປັນຍຸດທະສາດທີ່ສຳຄັນຂອງຊາດ ໃນການຫັນປ່ຽນຈາກການສົ່ງອອກແຮ່ທາດແບບດິບ ມາເປັນການປຸງແຕ່ງເພື່ອສ້າງມູນຄ່າເພີ່ມໃຫ້ຊັບພະຍາກອນພາຍໃນປະເທດ, ລັດຖະບານມີຄວາມຍິນດີ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມເພື່ອໃຫ້ໂຄງການນີ້ສາມາດດຳເນີນງານມີຜົນສຳເລັດ ແລະ ບັນລຸວິໄສທັດ ໃນການຍົກລະດັບອຸດສາຫະກຳຄຳ ແລະ ວັດຖຸມີຄ່າຂອງລາວ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນຢ່າງແທ້ຈິງ.

