Homeຂ່າວກິລາເຢຍລະມັນ ຖະຫຼົ່ມ ຄູຣາຊາວ 7-1 ບານໂລກ 2026

ເຢຍລະມັນ ຖະຫຼົ່ມ ຄູຣາຊາວ 7-1 ບານໂລກ 2026

ທີມຊາດເຢຍລະມັນ ໂຊຟອມເກັ່ງຢ່າງໂດດເດັ່ນ ໃນນັດທຳ​ອິດ​ຂອງ​ກຸ່ມ E, ຫຼັງຈາກໄລ່ຖົ່ມຖະຫຼົ່ມ ທີມຊາດຄູຣາຊາວ ໄປແບບຂາດລອຍ 7-1 ປະຕູ ເກັບ 3 ຄະແນນທຳອິດ ໃນການແຂ່ງຂັນເຕະບານໂລກ 2026 (FIFA World Cup 2026) ຮອບແບ່ງກຸ່ມ ນັດທຳອິດຂອງກຸ່ມ E ເມື່ອຄືນວັນທີ 14 ມິຖຸນາ 2026 ທີ່ຜ່ານມາ ທີ່ສະໜາມກິລາ ເອັນອາຈີ ສະເຕດ້ຽມ (NRG Stadium) ເມືອງຮິວຕັນ, ລັດເທັກຊັດ, ປະເທດສະຫະລັດອາເມລິກາ.

ເປີດເກມ​ການ​ແຂ່ງ​ຂັນ​ໄດ້​ພຽງ 6 ນາ​ທີ ເຢຍ​ລະ​ມັນ​ກໍ​ໄດ້​ປະ​ຕູ​ຂຶ້ນ​ນຳ ຈາກ​ການ​ຍິງ​ຂອງ ເຟລິກ ເອັນເມຊາ (Felix Nmecha) ໃນ​ນາ​ທີ ທີ 6, ແຕ່ ລິວາໂນ ໂຄເມເນນເຊຍ (Livano Comenencia) ກໍ​ມາ​ຍິງ​ຕີ​ສະ​ເໝີ ໃຫ້​ ທີມ​ຊາດ ຄູຣາຊາວ ໃນນາ​ທີ 21, ຫຼັງ​ຈາກ​ນັ້ນ ເຢຍ​ລະ​ມັນ​ຍິງ 6 ປະ​ຕູ​ລວດ ຈາກ ນິໂກ ຊະລັອດເຕີເບັກ (Nico Schlotterbeck) ໃນ​ນາ​ທີ 38, ໄຄ ຮາແວດ (Kai Havertz) (ຈຸດໂທດ) ນາ​ທີ​ ທີ 45+5, ຈາມາວ ມູເຊຍລາ (Jamal Musiala) ນາ​ທີ​ທີ 47, ນາທານຽວ ບຣາວ (Nathaniel Brown) ນາ​ທີ ທີ 68, ເດນິດ ອຸນດາບ (Deniz Undav) ນາ​ທີ ທີ 78, ໄຄ ຮาແວດ (Kai Havertz) ນາ​ທີ ທີ 88, ຈົບ​ເກມ ເຢຍ​ລະ​ມັນ​ຖະຫຼົ່ມ ຄູຣາຊາວ ໄປ 7-1 ປະ​ຕູ, ເກັບ 3 ຄະ​ແນນ ທຳ​ອິດ​ຢ່າງ​ສວຍ​ງາມ. ສຳລັບ ນັດຕໍ່ໄປຂອງກຸ່ມ E ຈະມີຂຶ້ນໃນວັນອາທິດ ທີ 21 ມິຖຸນາ 2026 ນີ້ ໂດຍ ​ທີມຊາດເຢຍລະມັນ ຈະພົບກັບ ທີມຊາດໄອວໍຣີ ໂຄດ ແລະ ​ທີມຊາດຄູຣາຊາວ ຈະພົບກັບ ທີມຊາດເອກວາດໍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments