ການແຂ່ງຂັນບານໂລກ 2026 (FIFA World Cup 2026) ຮອບສຸດທ້າຍ, ນັດທຳອິດຂອງ ກຸ່ມ F ເມື່ອຄືນວັນທີ 14 ມິຖຸນາ ທີ່ຜ່ານມາ ທີ່ສະໜາມເອທີແອນທີ ເມືອງດັນລາດ, ລັດເທັກຊັດ, ສະຫະລັດອາເມຣິກາ. ເປັນການພົບກັນລະຫວ່າງ ທີມຊາດຍີ່ປຸ່ນ ຕົວແທນຈາກທະວີບອາຊີ ພົບກັບ ທີມຊາດໂຮນລັງ (ເນເທີແລນ) ຈາກທະວີບເອີຣົບ, ຜົນປາກົດວ່າ ຍີ່ປຸ່ນ ໄລ່ຕາມຕີສະເໝີ ໂຮນລັງ 2-2 ປະຕູ ແບ່ງກັນທີມລະ 1 ຄະແນນ.
ເກມນີ້, ເຄິ່ງເວລາທຳອິດ ທັງສອງທີມຕ່າງກໍຫຼິ້ນດ້ວຍຄວາມລະມັດລະວັງ, ເຮັດໃຫ້ຈົບ 45 ນາທີທຳອິດແບບບໍ່ມີປະຕູເກີດຂຶ້ນ, ຍັງສະເໝີ 0-0. ກັບເຂົ້າມາຫຼິ້ນກັນຕໍ່ໃນເຄິ່ງເວລາທີສອງ ເກມເລີ່ມເພີ່ມທະວີຄວາມມັນຂຶ້ນ, ໃນນາທີທີ 51 ໂຮນລັງ ມາໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກ ເຟີຈິວ ຟານ ໄດ ກອງຫຼັງຫົວໜ້າທີມ. ຢ່າງໃດກໍຕາມ, ຍີ່ປຸ່ນ ກໍບໍ່ປ່ອຍໃຫ້ແຟນບານຄອຍຖ້າດົນ ມາເຖິງນາທີ 57 ເຄອິໂຕະ ນາກາມູຣະ ກໍມາຍິງປະຕູຕີສະເໝີໃຫ້ຍີ່ປຸ່ນເປັນ 1-1. ເກມດຳເນີນໄປຢ່າງດຸເດືອດ, ໃນນາທີທີ 64 ໂຮນລັງກໍມາຍິງປະຕູຂຶ້ນນຳອີກຄັ້ງເປັນ 2-1 ແລະ ເກມນີ້ທຳທ່າວ່າ ຈະຈົບລົງດ້ວຍ 3 ຄະແນນເປັນຂອງໂຮນລັງ, ແຕ່ກໍບໍ່ເປັນຢ່າງທີ່ຄິດ ເມື່ອຍີ່ປຸ່ນ ຍັງຄົງຮັກສາເອກະລັກການສູ້ບໍ່ຖອຍ, ກ່ອນໝົດເວລາພຽງແຕ່ 2 ນາທີ (ນາທີທີ 88) ໄດຈິ ຄາມາດະ ກາຍເປັນຮີໂຣຂອງທີມ ເມື່ອໄດ້ຈັງຫວະຍິງບານເນັ້ນໆ ເຂົ້າປະຕູໄປ ເຮັດໃຫ້ ຍີ່ປຸ່ນ ຕີສະເໝີເປັນ 2-2 ໄດ້ຢ່າງເຫຼືອເຊື່ອ, ຈົບເກມ ສະເໝີກັນ 1-1 ປະຕູແບ່ງກັນໄປທີມລະ 1 ຄະແນນ. ໂປຣແກຣມນັດຕໍ່ໄປ ໃນວັນທີ 20 ມິຖຸນາ 2026 ທີມຊາດໂຮນລັງຈະພົບກັບ ທີມຊາດສະວີເດນ ແລະ ທີມຊາດຍີ່ປຸ່ນ ຈະພົບກັບ ທີມຊາດ ຕູນີຊີ

