ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 15 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງນະຄອນ ຫຼວງວຽງຈັນ. ໃຫ້ກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີ ບັນດາພະນັກງານລົງຮາກຖານ ອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.

ໃນວາລະ, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ນໍາສະເໜີ ຫົວຂໍ້ທີ 1: “ເພີ່ມທະວີການນໍາພາ-ຊີ້ນໍາຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ” ຊຶ່ງໄດ້ຍົກໃຫ້ຮູ້ເນື້ອໃນບາງຕອນທີ່ສໍາຄັນ ວ່າ: ທິດນໍາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ກ່ອນອື່ນ ຕ້ອງຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ການພັດທະນາຊົນນະບົດຮອບດ້ານ, ຖືເປັນໜ້າທີ່ຍຸດທະສາດ, ທັງເປັນວຽກບຸລິມະສິດສໍາຄັນຂອງພັກ-ລັດ ແລະ ທົ່ວສັງຄົມ, ພັດທະນາຊົນນະບົດ ຍາມໃດກໍຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ ໃຫ້ແກ່ປະຊາຊົນ ຊຶ່ງບໍ່ພຽງແຕ່ແມ່ນການເຮັດຕາມຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຊົນ ແລະ ອຸດົມການອັນສູງສົ່ງຂອງພັກເທົ່ານັ້ນ, ຫາກຍັງແມ່ນການເຂົ້າຮ່ວມປະຕິບັດພັນທະສາກົນ ໃນການພັດທະນາແບບຍືນຍົງ, ຕ້ອງເຮັດໃຫ້ລະບົບການເມືອງຢູ່ຊົນນະບົດ ມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດນໍາພາປະຊາຊົນ ເປັນເຈົ້າໃນການປົກປັກຮັກສາ, ພັດທະນາຕົນເອງ ແລະ ພັດທະນາບ້ານຊ່ອງ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ຊຶ່ງສະແດງອອກ: ເສດຖະກິດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນຢູ່ຊົນນະບົດໄດ້ຮັບການປົວແປງໃຫ້ດີຂຶ້ນຈະແຈ້ງ, ມີພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ມີສິ່ງແວດລ້ອມທີ່ດີ, ການສຶກສາ, ສາທາລະນະສຸກ ໄດ້ຮັບການຍົກລະດັບເຂົ້າສູ່ຄຸນນະພາບໃໝ່, ວັດທະນະທຳທີ່ເປັນເອກະລັກ ຂອງທ້ອງຖິ່ນ ໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າທິດທາງ, ໜ້າທີ່ຈຸດສຸມ ຍູ້ແຮງການສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ເປັນສິນຄ້າ ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ການຕະຫຼາດ ຕາມທ່າແຮງໄດ້ປຽບຂອງທ້ອງຖິ່ນ ແລະ ເຂດແຄວ້ນ, ຊຸກຍູ້ການພັດທະນາວິສາຫະກິດ, ຟາມ, ຄອບຄົວຕົວແບບ ໃນການຜະລິດສິນຄ້າສົດ, ຊີວະພາບ, ສະ ອາດ (ປອດສານພິດ) ສະໜອງໃຫ້ແກ່ຕົວເມືອງ ປ່ຽນແທນການນໍາເຂົ້າ ແລະ ວຽກງານອື່ນໆ.

