ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 12 ມິຖຸນາ ນີ້ວ່າ: ຕາມບົດລາຍງານຫຼ້າສຸດຂອງສະພາພະລັງງານແຮງລົມທົ່ວໂລກ, ຫວຽດນາມ ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອກາຍເປັນຕະຫຼາດໄຟຟ້າແຮງລົມຢູ່ນອກຝັ່ງໃຫຍ່ອັນດັບທີ 5 ຢູ່ພາກພື້ນ ອາຊີ – ປາຊີຟິກ ໃນໄລຍະ 2031 – 2035.
ກຳລັງແຮງທັງໝົດຂອງໄຟຟ້າແຮງລົມທີ່ ຫວຽດນາມ ໄດ້ຕິດຕັ້ງໃນປັດຈຸບັນ ບັນລຸເກືອບ 5 GW (gigawat), ສ່ວນໃຫຍ່ແມ່ນມາຈາກບັນດາໂຄງການແຄມຝັ່ງ ແລະ ໃກ້ຝັ່ງ. ເຖິງວ່າຍັງບໍ່ທັນມີໂຄງການໃດຢູ່ນອກຝັ່ງຫັນເປັນການຄ້າຢ່າງເປັນທາງການ, ແຕ່ບົດລາຍງານຖືວ່າ ຂອບຂະໜາດຕະຫຼາດໃນອະນາຄົດພວມໄດ້ຮັບການກຳນົດທິດຢ່າງຈະແຈ້ງ. ບົດລາຍງານຄາດວ່າ ຈະມີກຳລັງແຮງໄຟຟ້າແຮງລົມນອກຝັ່ງປະມານ 7 GW ໄດ້ຕິດຕັ້ງໃໝ່ໃນໄລຍະ 2031 – 2035, ບັນລຸເປົ້າໝາຍວາງອອກໃນແຜນຜັງໄຟຟ້າເລກທີ 8 ສະບັບປັບປຸງ.
ໃນມູມມອງຂອງອົງການຈັດຕັ້ງສາກົນ, ທ່ານ Ben Backwell ຜູ້ອຳນວຍການຝ່າຍບໍລິຫານ ສະພາພະລັງງານແຮງລົມທົ່ວໂລກ ກ່າວວ່າ: ລູກກຸນແຈເພື່ອຫັນປ່ຽນບັນດາໂຄງການຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ ແມ່ນນອນໃນເລື່ອງການຫັນບັນດາກົນໄກປະສານສົມທົບໃຫ້ບັນລຸປະສິດທິຜົນສູງສຸດ ແລະ ຫັນລະບຽບການບໍລິຫານເປັນງ່າຍດາຍ.

