ໃນວັນທີ 12 ມິຖຸນານີ້ ທີ່ນະຄອນຫຼວງເນປີດໍ ສສ ມຽນມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບພະນະທ່ານ ມິນ ອອງລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໃນໂອກາດເດີນທາງຢ້ຽມຢາມ ສສ ມຽນມາ ຢ່າງເປັນທາງການໃນວັນທີ 12-13 ມິຖຸນາ 2026.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖິງ ພະນະທ່ານ ມິນ ອອງລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ແລະ ຄະນະລັດຖະບານຕະຫຼອດເຖິງປະຊາຊົນຊາວມຽນມາທຸກຖ້ວນໜ້າ ແລະ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງການເລືອກຕັ້ງທົ່ວໄປຢູ່ ສສ ມຽນມາ ໃນໄລຍະຜ່ານມາແລະ ໄດ້ສະແດງຄວາມຊົມເຊີຍພະນະທ່ານ ມິນ ອອງລາຍ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີແຫ່ງ ສສ ມຽນມາ ໃນວັນທີ 10 ເມສາ 2026 ຜ່ານມາ. ພ້ອມດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງໃຫ້ຊາບ ຈຸດປະສົງຂອງການມາຢ້ຽມຢາມທາງການ ສສ ມຽນມາ ໃນຄັ້ງນີ້ ລວມທັງຜົນຂອງການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ.

ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນຈົບງາມໃນການຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຄົບຮອບ 70 ປີ (12/7/1955-12/7/2025) ຊຶ່ງເປັນຂີດໝາຍປະຫວັດສາດອັນສຳຄັນຍິ່ງແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ ພ້ອມທັງໄດ້ຕີລາຄາສູງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງ ສອງປະເທດລາວ-ມຽນມາ ໄດ້ຮັບການເພີ່ມພູນຄູນສ້າງ, ພັດທະ ນາ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ໃນຊຸມປີຜ່ານມາ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເສີມຂະຫຍາຍມິດ ຕະພາບ ແລະ ການຮ່ວມມືກັນຢ່າງໃກ້ຊິດໃນດ້ານຕ່າງໆ ໃຫ້ຂະຫຍາຍຕົວໃນຊຸມປີຕໍ່ໜ້າ.

ໃນໂອກາດດຽວກັນນີ້, ພະນະທ່ານ ມິນ ອອງລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສສ ມຽນມາ ຢ່າງເປັນທາງການຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ລະຫວ່າງສອງປະເທດທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຕະຫຼອດໄລຍະເວລາຫຼາຍກວ່າ 7 ທົດສະຫວັດຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າ ສອງກະຊວງການຕ່າງປະເທດ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການເປັນເສນາທິການໃຫ້ແກ່ຂັ້ນເທິງ ເພື່ອຮັດ ແໜ້ນ ແລະ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມື ທີ່ດີດັ່ງກ່າວນັ້ນລະຫວ່າງສອງປະເທດ ມຽນມາ-ລາວ ທັງໃນຂອບສອງຝ່າຍ, ພາກພື້ນ ແລະ ສາກົນໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.
(ຂ່າວ: ກຕທ)

