Homeທຸລະກິດຈາກເນື້ອທີ່ມີຄວາມສ່ຽງ ກາຍມາປູກກາເຟສົ່ງອອກໄປເອີຣົບ

ຈາກເນື້ອທີ່ມີຄວາມສ່ຽງ ກາຍມາປູກກາເຟສົ່ງອອກໄປເອີຣົບ

ແຂວງຫົວພັນ ແມ່ນແຂວງໜຶ່ງທີ່ຢູ່ພາກເໜືອຂອງປະເທດລາວ, ປວງຊົນມີຄວາມດຸໝັ່ນ-ອົດທົນໃນການອອກແຮງງານ ຫາລ້ຽງຄອບຄົວ ດ້ວຍການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ກຸ້ມຕົນເອງ, ເພິ່ງຕົນເອງ ເຫຼືອກິນ ແລ້ວສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ ຕາມນະໂຍບາຍຂອງພັກ-ລັດວາງອອກຢ່າງແຂງແຮງ.

ທ່ານນາງ ພວງວິສາ ທະວີວັນ ພະນັກງານບັນຊີ-ການເງິນ ພັດທະນາຊຸມຊົນ ຂອງສະຫະກອນກະເສດວັນໃໝ່ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ທີ່ສູນການຄ້າລາວ-ໄອເຕັກ ໃນງານວາງ ສະແດງ ສະເຫຼີມສະຫຼອງວັນສະຫະກອນ (11 ພຶດສະພາ) ວ່າ: ກ່ອນຈະກາຍມາເປັນ ສະຫະກອນກະເສດວັນໃໝ່ ຊຶ່ງແຕ່ກ່ອນ ເນື້ອທີ່ດັ່ງກ່າວ ແມ່ນມີຄວາມສ່ຽງ ຍ້ອນວ່າ ເນື້ອທີ່ເຄີຍປູກຝິ່ນມາກ່ອນ, ເມື່ອມີໂຄງການເຂົ້າມາຊ່ວຍເຫຼືອ ຈຶ່ງເຮັດໃຫ້ເນື້ອທີ່ເຫຼົ່ານັ້ນ ມາປູກກາເຟແບບຍືນຍົງ ທົດແທນການປູກຝິ່ນ ເພື່ອສ້າງລາຍຮັບໃຫ້ກັບປວງຊົນ ໃນຂົງເຂດດັ່ງກ່າວ ຫຼຸດພົ້ນອອກຈາກການປູກຝິ່ນ. ໂຄງການເລີ່ມຈັດຕັ້ງປະຕິບັດໃນປີ 2016 ມາເຖິງປັດຈຸບັນ ເກືອບ 10 ປີ, ຜົນເກັບກ່ຽວເລີ່ມທໍາອິດແມ່ນຍັງບໍ່ທັນມີການຕະຫຼາດ, ມາເຖິງ ປີ 2019 ເລີ່ມຈັດຕັ້ງສະຫະກອນ ເພື່ອນໍາເອົາຜະລິດຕະພັນສົ່ງອອກ ຊຶ່ງຕະຫຼາດຫຼັກໆແມ່ນເອີຣົບ, ປີ 2020 ເລີ່ມສົ່ງກາເຟໄປ ເອີຣົບ ຂາຍທີ່ປະເທດຝຣັ່ງ, ມາເຖິງປີ 2026 ນີ້ ກໍກຽມສົ່ງອອກໄປ 4 ຕູ້ຄອນເທັນເນີ. ເມື່ອເບິ່ງການຕະຫຼາດແລ້ວ ກໍຄິດຢາກຂະຫຍາຍຜະລິດຕະພັນຕື່ມ ເພື່ອສ້າງລາຍຮັບໃຫ້ສູງຂຶ້ນ. ສະນັ້ນ, ຈຶ່ງໄດ້ຜະລິດອອກຂາຍພາຍໃນປະເທດ ມີຊື່ວ່າ: “ກາເຟວັນໃໝ່”, ສະຫະກອນ ປູກກາເຟຮ່ວມກັນ ປະກອບມີສະມາຊິກ 650 ຄອບຄົວ ຊຶ່ງມີ 4 ເມືອງ, ແຂວງຫົວພັນ, ກ່ອນໜ້ານີ້ ຂາຍກາເຟແບບຂົ້ວໃສ່ຖົງຢາງທໍາມະດາ, ໜ້າທີ່ຫຼັກຂອງກຸ່ມແມ່ນຮວບຮວມເອົາກາເຟນໍາສະມາຊິກທັງໝົດ ແລ້ວນໍາໄປຂາຍ ຈາກນັ້ນຈຶ່ງຫັກເປີເຊັນກັບສະມາຊິກ, ເຫຼືອນັ້ນແມ່ນສົ່ງຄືນໃຫ້ກັບຈໍານວນສະມາຊິກທຸກໆຄອບຄົວ, 1 ປີຈະແບ່ງເງິນປັນຜົນ 1 ຄັ້ງ, ສະມາຊິກ ໄດ້ຮັບຜົນປະໂຫຍດສູງສຸດ 253 ລ້ານກີບຕໍ່ປີ, ລາຍຮັບຕໍ່າສຸດ ແມ່ນ 30 ລ້ານກີບຕໍ່ປີ. ກາເຟຂົ້ວ ຂາຍຍ່ອຍ 1 ກິໂລ 6 ແສນກີບ, ກາເຟຖົງ ຂະ ໜາດບັນຈຸ 250 ກຣາມ 1 ແສນກີບ, ຂະໜາດບັນຈຸກ່ອງ 1 ກ່ອງ 2 ແສນກີບ, ປັດຈຸບັນນີ້ ກາເຟວັນ ໃໝ່ ຍັງບໍ່ທັນມີຕົວແທນຈໍາໜ່າຍເທື່ອ (ບໍ່ມີຮ້ານຂາຍ) ບ່ອນຂາຍ ມີແຕ່ຢູ່ແຂວງຫົວພັນ, ເມື່ອມີລູກຄ້າສັ່ງຈອງ ຈຶ່ງຝາກໃຫ້, ສ່ວນຢູ່ ນະຄອນຫຼວງວຽງຈັນ ພວກເຮົາໄດ້ເອົາກາເຟ ໄປຝາກຂາຍ ທີ່ຮ້ານເດິເຟີດ ສະຖານທີ່ ໃກ້ກັບທາດດໍາ ແລະ ມີລໍ້ກາເຟ ໃນຫ້ອງການ UNDP.

ທ່ານນາງ ພວງວິສາ ທະວີວັນ ກ່າວຕື່ມອີກວ່າ: ຈຸດພິເສດຂອງກາເຟວັນໃໝ່ ແມ່ນເປັນກາເຟພາກເໜືອ ອອກລົດຊາດແບບໝາກໄມ້ອົບແຫ້ງ ໄດ້ລົດຫວານນ້ອຍໆ, ນຸ່ມນວນ ຍ້ອນວ່າ ເນື້ອທີ່ປູກກາເຟຢູ່ເຂດພູສູງ ທາງພາກເໜືອ, ອາກາດໜາວ, ໃຫ້ຜົນຜະລິດ (ໝາກກາເຟ) ສຸກຊ້າກວ່າພາກອື່ນໆໃນປະເທດລາວ. ດັ່ງນັ້ນ ລົດຊາດ ຂອງກາເຟວັນໃໝ່ ຈຶ່ງມີຄວາມແຕກຕ່າງກັບກາເຟເຂດອື່ນໆ ພິເສດຍິ່ງໄປກວ່ານັ້ນ ກາເຟຂອງສະຫະກອນວັນໃໝ່ ແມ່ນປອດສານເຄມີ 100%

ຖ້າຫາກວ່າ ທ່ານຜູ້ອ່ານມີຄວາມສົນໃຈ ຫຼື ຕ້ອງການກາເຟວັນໃໝ່ເປັນຈໍານວນຫຼາຍ ເພື່ອໄປຈໍາ ໜ່າຍ ກໍສາມາດຕິດຕໍ່ໄດ້ທີ່ Facebook: @Vanmai Coffee, Email: vanmaicoffee@gmail.com.

ດັ່ງນັ້ນ, ປວງຊົນລາວທຸກໆທ່ານ ຫາກວ່າຄອບຄົວໃດ ມີເນື້ອທີ່ດິນເປົ່າວ່າງ ກໍຢ່າປະປ່ອຍໄວ້ ຈົ່ງລົງມືປູກພືດນາໆຊະນິດ ຫຼື ລ້ຽງສັດ ເພື່ອເປັນອາຫານໃຫ້ກັບຈໍານວນສະມາຊິກພາຍໃນຄອບຄົວຂອງທ່ານ ຫາກວ່າ ເຫຼືອກິນ ກໍຍັງໄດ້ຂາຍ ມີລາຍຮັບຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments