ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 12 ມິຖຸນາ ຜ່ານມາວ່າ: ປັດຈຸບັນຍັງບໍ່ທັນຢັ້ງຢືນມີກໍລະນີຕິດເຊື້ອອີໂບລາ ຢູ່ເຂດທາງທິດເໜືອທະວີບອາເມຣິກາ ຫຼື ເອີຣົບ, ເຖິງວ່າພະຍາດລະບາດພວມມີການຜັນແປທີ່ສັບສົນຢູ່ປະເທດອາຟຣິກາ ຈຳນວນໜຶ່ງ. ອົງການອະນາໄມໂລກ (WHO) ໃຫ້ຂໍ້ສັງເກດວ່າ: ຄວາມສ່ຽງທີ່ພະຍາດອີໂບລາ ຈະແຜ່ລະບາດໄປຍັງບັນດາປະເທດ ເອີຣົບ ແລະ ບັນດາປະເທດເຈົ້າພາບຈັດ World Cup 2026 ແມ່ນຢູ່ໃນລະດັບຕ່ຳ, ໃນການແຂ່ງຂັນໄດ້ເປີດຂຶ້ນຢ່າງເປັນທາງການແລ້ວ. ທ່ານ Hans Henri P. Kluge ຜູ້ອຳນວຍການອົງການ WHO ຢູ່ພາກພື້ນ ເອີຣົບ ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນຢັ້ງຢືນມີກໍລະນີຕິດເຊື້ອອີໂບລາ ຢູ່ເຂດທາງທິດເໜືອທະວີບ ອາເມຣິກາ ຫຼື ເອີຣົບ, ເຖິງວ່າພະຍາດລະບາດພວມມີການຜັນແປທີ່ສັບສົນຢູ່ປະເທດ ອາຟຣິກາ ຈຳນວນໜຶ່ງ. ທ່ານໃຫ້ຮູ້ວ່າ: WHO ບໍ່ສະເໜີແນະການຈັດວາງບັນດາມາດຕະການຈຳກັດການເດີນທາງໄປມາທີ່ກ່ຽວຂ້ອງກັບອີໂບລາ. ແຕ່ວ່າ, WHO ແນະນຳໃຫ້ປະຊາຊົນຈຳກັດການເດີນທາງໄປຍັງເຂດທີ່ພວມເກີດພະຍາດລະບາດ ຖ້າບໍ່ມີຄວາມຈຳເປັນ.
ຄວາມສ່ຽງຂອງອີໂບລາ ແຜ່ລະບາດໄປຍັງປະເທດເຈົ້າພາບ World Cup ຢູ່ໃນລະດັບຕ່ຳ
RELATED ARTICLES

