ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມິຖຸນານີ້ວ່າ: ອິນໂດເນເຊຍໄດ້ເປີດຫ້ອງທົດລອງແຫ່ງທຳອິດຂອງຕົນສຳລັບການທົດສອບການປົນເປື້ອນຂອງກຳມັນຕະພາບລັງສີໃນຜະລິດຕະພັນອາຫານທະເລ, ໂດຍມີຈຸດປະສົງເພື່ອຍົກລະດັບຂີດຄວາມສາມາດໃນການແຂ່ງຂັນ ແລະ ເພີ່ມຄວາມໝັ້ນໃຈໃນສິນຄ້າອາຫານທະເລສົ່ງອອກຂອງອິນໂດເນເຊຍໃນຕະຫຼາດໂລກ. ເຈົ້າໜ້າທີ່ອິນໂດເນເຊຍເປີດເຜີຍກັບສື່ມວນຊົນວ່າ: ຫ້ອງທົດລອງດັ່ງກ່າວຕັ້ງຢູ່ເມືອງຈິປາຍຸງທາງທິດຕາເວັນອອກຂອງຈາກາຕາ, ໂດຍໄດ້ຮັບການຮັບຮອງຈາກອົງການຄຸ້ມຄອງນິວເຄລຍຂອງອິນໂດເນເຊຍ, ລວມທັງອົງການອາຫານ ແລະ ຢາຂອງ ສະຫະລັດ ອາເມຣິກາ (FDA). ຫ້ອງທົດລອງແຫ່ງນີ້ສາມາດທົດສອບຕົວຊີ້ວັດຄວາມປອດໄພຂອງອາຫານຫຼາຍປະເພດ, ລວມທັງເຊື້ອແບັກທີເຣຍ, ໄວຣັດ, ໂລຫະໜັກ, ສານຕົກຄ້າງ ແລະ ນິວໄຄລກຳມັນຕະພາບລັງສີໃນຜະລິດຕະພັນອາຫານທະເລ ຊຶ່ງມີຄວາມສຳຄັນສຳລັບການເພີ່ມການຍອມຮັບຜະລິດຕະພັນອາຫານທະເລຂອງອິນໂດເນເຊຍທ່າມກາງມາດຕະຖານການຄ້າສາກົນທີ່ເຂັ້ມງວດຂຶ້ນເລື້ອຍໆ.
ອິນໂດເນເຊຍ ເປີດຫ້ອງທົດລອງກວດສອບກຳມັນຕະພາບລັງສີໃນອາຫານທະເລ
RELATED ARTICLES

