Homeຂ່າວພາຍໃນປຶກສາຫາລືແຜນການສືບຕໍ່ກໍ່ສ້າງຫໍທັມມະສະພາ ແຂວງຫຼວງພະບາງ

ປຶກສາຫາລືແຜນການສືບຕໍ່ກໍ່ສ້າງຫໍທັມມະສະພາ ແຂວງຫຼວງພະບາງ

ໃນວັນ 12 ມິຖຸນາ ຜ່ານມາ, ຄະນະກຳມະການຮັບຜິດຊອບໂຄງການກໍ່ສ້າງຫໍທໍາມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສືບຕໍ່ການກໍ່ສ້າງຫໍທັມມະສະພາ ຂຶ້ນທີ່ຫ້ອງຫ້ອງວ່າການແຂວງ; ໂດຍເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ປະທານຄະນະຮັບຜິດຊອບໂຄງການກໍ່ສ້າງ ຝ່າຍຄາຣະວາດ; ມີການນຳຂອງແຂວງ, ບັນດາພຣະເຖຣາ-ນຸເຖລະ, ການຈັດຕັ້ງພັກ-ລັດ ທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ທອງວັນ ຈັນນິລາ ຮອງປະທານແນວລາວສ້າງຊາດແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຮັບຜິດຊອບໂຄງການກໍ່ສ້າງຫໍທັມມະສະພາ ຂອງອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ ແລະ ມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບໂຄງການບູລະນະສ້ອມແປງຫຼັງຄາ ພັດທະສີມມາ (ອາຣາມ) ວັດຄົກວ່າ; ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການດຳເນີນໂຄງການກໍ່ສ້າງຫໍທັມມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ໃນໄລຍະຜ່ານມາ ຈາກພະອາຈານ ບຸນໂນະ ສິດທິພອນ ຮອງຫົວໜ້າຫ້ອງການບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ຊຶ່ງປັດຈຸບັນບັນດາໜ້າວຽກໄດ້ສືບຕໍ່ດຳເນີນຕາມແຜນການ ແລະ ມີຄວາມຄືບໜ້າຕາມຄາດໝາຍ ຍ້ອນຄະນະຮັບຜິຊອບໄດ້ເອົາໃນໃສ່ຊີ້ນຳການກໍ່ສ້າງຢ່າງໃກ້ຊິດ, ທັງໄດ້ຮັບການສະໜັບສະໜູນທຶນຮອນ ເຂົ້າໃນການກໍ່ສ້າງ.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການແຕ່ງຕັ້ງຄະນະຮັບຜິດຊອບທັງສອງໂຄງການນີ້ ເປັນການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານອົງການພຸດທະສາສະໜາ ໂດຍສະເພາະແມ່ນການມອບ ໝາຍຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ກ່ຽວຂ້ອງໄດ້ມີຄວາມຮັບຜິດຊອບຮ່ວມກັນ ເຮັດໃຫ້ທັງສອງໂຄງການ ຂອງອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ ສາມາດດຳເນີນການຢ່າງມີປະສິດທິພາບ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ກຳນົດໄວ້ ແນໃສ່ອະນຸລັກ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາວຫຼວງພະບາງ ກໍຄືຂອງຊາດລາວ ໄວ້ໃຫ້ຍືນຍົງ ຕາມແນວທາງຂອງພັກໄດ້ວາງໄວ້.

ໃນຕອນທ້າຍ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ຄະນະຮັບຜິດຊອບ ສືບຕໍ່ຊີ້ນຳບັນດາໜ້າວຽກການກໍ່ສ້າງ ໃຫ້ດຳເນີນໄປຕາມແຜນການ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້. ໂອກາດນີ້ ໄດ້ມີການມອບເງິນ ເພື່ອນໍາໃຊ້ເຂົ້າໃນໂຄງການສ້ອມແປງຫຼັງຄາພັດທະສີມມາ ວັດຄົກວ່າ ປະກອບມີ ທ່ານ ສົມສະຫວາດ ເລັ່ງສະຫວັດ 25,000 ໂດລາ, ທ່ານ ສີສັກ ຮຸ່ງວິໄລ 20,000 ໂດລາ, ທ່ານ ສະເໜີ ຈຸນລະມະນີ 11,000 ໂດລາ, ທ່ານ ສົມບູນ ສິດທິພອນ 2,000 ໂດລາ; ພ້ອມດຽວກັນນີ້ ພະອາຈານ ຄໍາພັນ ພັນທະມຸຕໂຕ ເຈົ້າອະທິການວັດຊຽງທອງ ຖວາຍປັດໄຈຈາກການຈັດບຸນ 84,000 ພຣະທັມມະຂັນ ໃນງານບຸນຫົດສົງນໍ້າພຣະເຈົ້າໝ່ານ ປີໃໝ່ລາວ 2026 ຈຳນວນ 200,000,000 ກີບ ແລະ ບໍລິສັດສັດຊີມັງຄອນ 150,000,000 ກີບ ເພື່ອນໍາໃຊ້ເຂົ້າໃນໂຄງການກໍ່ສ້າງຫໍທັມມະສະພາ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments