ໃນໂອກາດເຄື່ອນໄຫວວຽກງານ ຢູ່ແຂວງເຊກອງ ໃນວັນທີ 12 ມິຖຸນາ ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ພົບປະໂອ້ລົມຄະນະພັກ-ພະນັກງານນໍາພາຫລັກແຫລ່ງ ແຂວງເຊກອງ ໂດຍທ່ານໄດ້ໃຫ້ທິດຊີ້ນໍາວ່າ: ເຖິງວ່າໄລຍະຜ່ານມາ, ການນໍາພາແຂວງ ຈະມີຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຫລາຍດ້ານກໍຈິງ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການ ເມືອງໃນໄລຍະໃໝ່ ກໍຄື ການຊັ່ງຊາກໍາລັງໃນສະພາບການໃໝ່, ເຫັນວ່າ: ພວກເຮົາຍັງຈະຕ້ອງໄດ້ບຸກບືນສູ້ຊົນຂຶ້ນຕື່ມອີກ ໃນການຍົກສູງຄວາມສາມາດນໍາພາ, ຄວາມເປັນແບບຢ່າງນໍາໜ້າ, ວາງກົນໄກແບບແຜນວິທີເຮັດວຽກ ໃຫ້ສອດ ຄ່ອງ, ແທດເໝາະກັບສະພາບການ ໃນປັດຈຸບັນ ແລະ ອະນາຄົດ; ພ້ອມກັນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X ໃຫ້ບັນລຸຕາມຄາດໝາຍ ໂດຍວາງແຜນພັດທະນາ ໃຫ້ແທດເໝາະກັບຈຸດພິເສດ ຂອງແຂວງຕົນ, ກຳນົດຈຸດສຸມທີ່ແນ່ນອນ, ຈັດສັນບຸລິມະສິດໃຫ້ຊັດເຈນ ໃຫ້ຕິດພັນກັບວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ.
ໄປຄຽງຄູ່ກັບຜົນທີ່ຈະສໍາເລັດຕ່າງໆນັ້ນ, ກໍຕ້ອງສ້າງໃຫ້ກໍາລັງຖັນແຖວພະນັກງານ ມີຄວາມຮູ້ຄວາມສາ ມາດ ໜັກແໜ້ນ, ເຂັ້ມແຂງ, ພ້ອມປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ; ບັນຫາສໍາຄັນທີ່ສຸດ, ຄະ ນະບໍລິຫານງານພັກແຂວງເຊກອງ ຕ້ອງມີແນວຄວາມຄິດ ເປັນຈິດໜຶ່ງໃຈດຽວກັນ, ຄົ້ນຄວ້າ, ຫາລື, ວາງແຜນຮ່ວມກັນໃນການແກ້ໄຂບັນຫາທີ່ເປັນສິ່ງທ້າທາຍ ກີດຂວາງການພັດທະນາ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອຫລຸດຜ່ອນຄວາມແຕກໂຕນໃນສັງຄົມ. ພ້ອມນີ້, ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະປະຈໍາພັກ, ຄະນະບໍລິຫານງານພັກແຂວງ ຈະເຮັດໃຫ້ແຂວງເຊກອງ ມີການພັດທະນາກ້າວຂຶ້ນຕາມຄາດໝາຍທີ່ວາງໄວ້.

ໃນໂອດາດນີ້, ທ່ານ ບຸນຫລາຍ ບຸດທິ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງວ່າ: ໄລຍະ 6 ເດືອນຕົ້ນປີ 2026 ນີ້, ຄະນະພັກແຂວງເຊກອງ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ໂດຍໄດ້ນໍາເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະພັກແຂວງ ແລະ ບັນດາຮາກຖານ; ມະຕິ, ຄຳສັ່ງ ຂອງສູນກາງ ມາເຜີຍແຜ່ເຊື່ອມຊຶມ ທັງຂັ້ນແຂວງ, ຂັ້ນເມືອງ ແລະ ພາຍໃນກົມກອງ ຢ່າງເປັນລະບົບ ເນັ້ນສ້າງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສ່ວນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ກໍໄດ້ເອົາໃຈໃສ່ປະຕິບັດຕາມແນວທາງ ແບບແຜນຢ່າງມີຈຸດສົມ. ປັດຈຸບັນ, ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວດີ ຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ, ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 6% ຂຶ້ນ, ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 3.376 ຕື້ກີບ ສະເລ່ຍໃສ່ປະຊາກອນ ປະມານ 25,17 ລ້ານກີບ. ໂດຍລວມແລ້ວ ແຂວງເຊກອງ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ພ້ອມນີ້ກໍໄດ້ຊອກທຸກວິທີທາງ ເພື່ອສ້າງເງື່ອນໄຂໃຫ້ສະມາຊິກພັກພະນັກງານ-ລັດຖະກອນ, ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າ-ຂາຍ ແລະ ປະຊາຊົນໃນທົ່ວແຂວງ ໄດ້ມີຊ່ອງທາງທໍາມາຫາກິນ, ດໍາເນີນທຸລະກິດ ຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ດໍາລົງຊີວິດ ສະດວກສະບາຍຂຶ້ນ.

