Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມທຸລະກິດລາວ-ຍີ່ປຸ່ນ ເສີມສ້າງການຮ່ວມມືດ້ານເສດຖະກິດ ທີ່ນະຄອນຫລວງໂຕກຽວ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມທຸລະກິດລາວ-ຍີ່ປຸ່ນ ເສີມສ້າງການຮ່ວມມືດ້ານເສດຖະກິດ ທີ່ນະຄອນຫລວງໂຕກຽວ

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31 ທີ່ນະຄອນ ຫລວງໂຕກຽວ ປະເທດຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເຂົ້າຮ່ວມ ກອງປະຊຸມທຸລະກິດລາວ-ຍີ່ປຸ່ນ ໃນຮູບແບບ Reception Dinner. ການເຂົ້າຮ່ວມຄັ້ງນີ້ແມ່ນສ່ວນໜຶ່ງຂອງການ ຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ແຕ່ວັນທີ 10-12 ມິຖຸນາ 2026. ກອງປະຊຸມດັ່ງກ່າວຈັດຂຶ້ນໃນບັນ ຍາກາດແຫ່ງການກະກຽມສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 71 ປີ ໃນປີນີ້ ຊຶ່ງເປັນການຢັ້ງຢືນເຖິງມິດຕະພາບອັນຍາວນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ທີ່ນັບມື້ນັບ ເຂົ້າສູ່ລວງເລິກ.

ໃນກອງປະຊຸມ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ, ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງພາກ ລັດ ແລະ ພາກທຸລະກິດຂອງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ປະສານສົມທົບກັນຈົນສາມາດຈັດກອງປະຊຸມທີ່ມີຄວາມ ໝາຍຄວາມສຳຄັນໃນຄັ້ງນີ້ ໂດຍທ່ານໄດ້ພາຄະນະຜູ້ແທນທັງຈາກພາກລັດ ແລະ ພາກທຸລະກິດຂອງລາວທີ່ມີທ່າແຮງ ເພື່ອມາພົບປະ ແລະ ແລກປ່ຽນຮ່ວມກັບພາກທຸລະກິດຂອງຍີ່ປຸ່ນ ເພື່ອສ້າງເງື່ອນໄຂໃຫ້ພາກທຸລະກິດຂອງສອງປະ ເທດໄດ້ຮູ້ຈັກກັນ ຫລາຍຂຶ້ນ, ພ້ອມທັງສືບຕໍ່ແລກປ່ຽນຄຳຄິດເຫັນໃນການສົ່ງເສີມທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນລະ ຫວ່າງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງຂຶ້ນ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນວ່າ: ສປປ ລາວ ແລະ ຍີ່ປຸ່ນ ມີການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງຕໍ່ເນື່ອງ ໂດຍສະເພາະໃນຂອບການຮ່ວມມືສອງຝ່າຍທີ່ມີການລົງນາມ ແລະ ຈັດຕັ້ງປະຕິບັດ ສັນຍາການເປີດເສລີ, ສົ່ງເສີມ ແລະ ປົກປ້ອງການລົງທຶນສອງຝ່າຍນັບແຕ່ປີ 2008. ນອກຈາກນີ້, ຍັງມີການຮ່ວມ ມືໃນຂອບອາຊຽນ-ຍີ່ປຸ່ນ ແລະ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ທີ່ມີຜົນບັງ ຄັບໃຊ້ໃນປີ 2021. ກົນໄກການຮ່ວມມືເຫລົ່ານີ້ເປັນພື້ນຖານສຳຄັນໃຫ້ແກ່ການສົ່ງເສີມ ແລະ ປົກປ້ອງໃຫ້ນັກລົງ ທຶນລາວ ແລະ ຍີ່ປຸ່ນ ສາມາດລົງທຶນດ້ວຍຄວາມໝັ້ນໃຈ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍນັກລົງທຶນຍີ່ປຸ່ນ ວ່າເປັນນັກລົງທຶນຕົວແບບທີ່ມີຄຸນນະພາບສູງສຸດ ຊຶ່ງຖືກຮັບຮູ້ຢ່າງກວ້າງຂວາງດ້ານການເຄົາ ລົບກົດໝາຍ, ລະບຽບການ ແລະ ຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ມີຄວາມພ້ອມດ້ານທຶນ ຮອນ ແລະ ເຕັກນິກວິຊາການ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ທັງຍັງຊ່ວຍຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນລາວໃຫ້ມີຄຸນນະພາບ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນບັນດາວິສາຫະກິດຂອງຍີ່ປຸ່ນ ທີ່ມີ ຄວາມສົນໃຈ ຫລື ກໍາລັງສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ ພິຈາລະນາເລືອກເອົາ ສປປ ລາວ ເປັນ ໜຶ່ງໃນຈຸດໝາຍປາຍທາງການລົງທຶນ ໂດຍສະເພາະການລົງທຶນໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ເຊັ່ນ: ການຜະລິດສິນຄ້າກະສິກຳ-ສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງທີ່ນຳໃຊ້ນະວັດຕະກຳ ແລະ ເຊື່ອມ ໂຍງກັບຖານການຜະລິດຢູ່ໃນອາຊຽນ, ພະລັງງານສະອາດ, ການພັດທະນາພື້ນຖານໂຄງລ່າງ, ໂລຈິສຕິກ ແລະ ການ ບໍລິການປິ່ນອ້ອມ. ຂະແໜງການເຫລົ່ານີ້ໄດ້ຖືກກຳນົດໄປຕາມທິດທາງການລົງທຶນຂອງອາຊຽນ ໃນໄລຍະໃໝ່ ທີ່ສືບ ຕໍ່ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສີຂຽວ ແລະ ຍືນຍົງ”.

ພ້ອມກັນນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ, ຜູ້ປະຈຳການ ຄະນະກຳມະການສົ່ງເສີມການລົງທຶນແຫ່ງຊາດ (ຄລທ) ໄດ້ນຳສະເໜີພາບລວມກ່ຽວກັບສະພາບການລົງທຶນຢູ່ ສປປ ລາວ ແລະ ການລົງທຶນຂອງຍີ່ປຸ່ນ, ນະໂຍບາຍການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ການປັບປຸງນິຕິກຳ-ນະໂຍ ບາຍການສົ່ງເສີມການລົງທຶນ, ພ້ອມທັງຜົນສຳເລັດໃນການຮ່ວມມືກັບຍີ່ປຸ່ນໃນໄລຍະຜ່ານມາ. ນັບແຕ່ປີ 1989 ເຖິງ ປັດຈຸບັນ, ຍີ່ປຸ່ນໄດ້ເຂົ້າມາລົງທຶນໃນ 93 ໂຄງການ, ມີມູນຄ່າ ລວມ 157 ລ້ານກວ່າໂດລາສະຫະລັດ. ໃນນັ້ນ, ເປັນ ການລົງທຶນໂດຍກົງຈາກຍີ່ປຸ່ນ 144 ລ້ານກວ່າໂດລາສະຫະລັດ, ຊຶ່ງຈັດຢູ່ໃນອັນດັບທີ 14 ຂອງການລົງທຶນຕ່າງປະ ເທດ ຢູ່ ສປປ ລາວ. ຂະແໜງການທີ່ຍີ່ປຸ່ນລົງທຶນສູງສຸດ ແມ່ນກະສິກຳ (59 ລ້ານໂດລາສະຫະລັດ), ອຸດສາຫະກຳ ແລະ ຫັດຖະກຳ (30 ລ້ານໂດລາສະຫະລັດ), ອຸດສາຫະກຳປຸງແຕ່ງຜະລິດຕະພັນຈາກໄມ້ (ເກືອບ 20 ລ້ານໂດລາສະຫະລັດ), ບໍລິການ (13 ລ້ານໂດລາສະຫະລັດ) ແລະ ຕັດຫຍິບ (5 ລ້ານໂດລາສະຫະລັດ). ນອກຈາກນີ້, ຍັງມີ 61 ບໍລິສັດຍີ່ປຸ່ນ ລົງທຶນໃນເຂດເສດຖະກິດພິເສດ, ມີທຶນທັງໝົດ 185 ລ້ານໂດລາສະຫະລັດ.

ກອງປະຊຸມທຸລະກິດລາວ-ຍີ່ປຸ່ນຄັ້ງນີ້ ໄດ້ເປັນເວທີສຳຄັນໃນການເສີມສ້າງສາຍພົວພັນດ້ານເສດຖະກິດ ແລະ ການລົງທຶນລະຫວ່າງສອງປະເທດ. ດ້ວຍນະໂຍບາຍສົ່ງເສີມການລົງທຶນທີ່ເອື້ອອຳນວຍ ແລະ ທ່າແຮງທາງດ້ານພູມ ສາດ, ສປປ ລາວ ຍັງຄົງເປັນຈຸດໝາຍປາຍທາງທີ່ໜ້າສົນໃຈສຳລັບນັກລົງທຶນຍີ່ປຸ່ນ ຊຶ່ງຈະປະກອບສ່ວນສຳຄັນ ເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ເສີມສ້າງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ ແໜ້ນແຟ້ນຍິ່ງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments