ໃນລະຫວ່າງວັນທີ 10-12 ມິຖຸນາ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ, ໃນຖານະທີ່ ສປປ ລາວ ເປັນປະເທດຄູ່ຮ່ວມງານພິເສດ ໄດ້ໃຫ້ ກຽດເຂົ້າຮ່ວມ ແລະ ກ່າວປາໄສໃນພິທີເປີດງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ແລະ ງານວາງ ສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າຈີນ (ຄຸນໝິງ) ຄັ້ງທີ 30 ທີ່ ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ພາຍໃຕ້ ຫົວຂໍ້: “ຄວາມສາມັກຄີ ແລະ ການປະສານສົມທົບກັນ ເພື່ອການພັດທະນາຮ່ວມກັນ”.

ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັ ນ ຂອງງານວາງສະແດງສາກົນດັ່ງກ່າວ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ຂອງປະຊາຊົນ ລະຫວ່າງ ສປ ຈີນ ແລະ ບັນດາປະເທດ ໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ລວມທັງ ສປປ ລາວ, ແນໃສ່ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ທັງເປັນເວທີໜຶ່ງທີ່ສໍາຄັນໃນການສົ່ງ ເສີມການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນ, ລວມທັງຍັງເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ແລະ ຜູ້ປະກອບການທີ່ມາຈາກບັນດາປະເທດຕ່າງໆ ໄດ້ຈັບຄູ່ທາງທຸລະກິດ ແລະ ຮັດແໜ້ນການຮ່ວມມື ໃຫ້ແໜ້ນ ແຟ້ນຍິ່ງຂຶ້ນ.

ຄຽງຄູ່ກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫ້ອງວາງສະແດງແຫ່ງຊາດ ຂອງ ສປປ ລາວ (Lao Pavilion) ຢ່າງເປັນທາງການ ຮ່ວມກັບບັນດາການນໍາຂັ້ນສູງຂອງແຂວງຢຸນນານ, ພ້ອມ ທັງໄປຢ້ຽມຊົມບັນດາຫ້ອງວາງສະແດງຕ່າງໆຂອງ ສປປ ລາວ ຊຶ່ງມີຫົວໜ່ວຍທຸລະກິດ ຈາກ ສປປ ລາວ ເຂົ້າຮ່ວມ ຢ່າງຫລວງຫລາຍ ແລະ ມີບູດວາງສະແດງຫລາຍກວ່າ 50 ກວ່າຫ້ອງ ເພື່ອເຜີຍແຜ່ໂຄສະນາຜະລິດຕະພັນ, ສິນຄ້າ ແລະ ການບໍລິການໃນຂົງເຂດການເງິນ-ທະນາຄານ ແລະ ໂລຈິສຕິກ ຂອງ ສປປ ລາວ. ນອກນັ້ນ, ກໍຍັງໄດ້ຢ້ຽມຊົມ ບັນດາບູດວາງສະແດງຂອງ ສປ ຈີນ ແລະ ບັນດາປະເທດທີ່ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ.

ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ສະຫາຍ ເຫີ ເວີຍ ຮອງປະທານຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ພົບປະສອງຝ່າຍກັບ ສະຫາຍ ຫວັງ ຢຸ້ຍ ໂປ່ ຮອງເລຂາພັກແຂວງຢຸນນານ, ເຈົ້າແຂວງຢຸນນານ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອທີ່ມີມາຍາວນານ ແລະ ການຮ່ວມມືສອງຝ່າຍລາວ-ຈີນ ໃນຂົງເຂດຕ່າງໆ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ໂດຍສະເພາະ ໃນ 2026 ນີ້ ແມ່ນປີຄົບຮອບ 65 ປີ ແຫ່ງ ສາຍພົວພັນການທູດລາວ-ຈີນ ແລະ ເປັນປີມິດຕະພາບລາວ-ຈີນ ແລະ ໄດ້ຊົມເຊີຍຕໍ່ຜົນສໍາເລັດຂອງການເປັນປະເທດ ເພື່ອນມິດຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ແລະ ການແລກປ່ຽນພົບປະຂອງ ການນໍາຂັ້ນສູງຂອງສອງປະເທດ ຕະຫລອດໄລຍະຜ່ານມາ.
ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ເປັນຕົ້ນ ມະຫາວິທະ ຍາໄລເສດຖະກິດ ແລະ ການເງິນຢຸນນານ, ບັນດາບໍລິສັດທີ່ກຳລັງລົງທຶນ ແລະ ກຳລັງສຶກສາຄວາມເປັນໄປໄດ້ໃນ ການລົງທຶນ ຢູ່ ສປປ ລາວ ແລະ ສະຖານທີ່ທ່ອງທ່ຽວທາງວັດທະນະທໍາຂອງ ແຂວງຢຸນນານ ອີກດ້ວຍ.

