Homeຂ່າວພາຍໃນກະຊວງສຶກສາທິການ ແລະ ກິລາ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກ

ກະຊວງສຶກສາທິການ ແລະ ກິລາ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກ

ກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກ, ວິທີການເຮັດວຽກ ຂອງກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນໃນວັນທີ 12 ມິຖຸນາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຜູ້ອໍານວຍການ, ຮອງຜູ້ອໍານວຍການສະຖາບັນ, ສູນ, ມີຫົວໜ້າຫົວໜ້າພະແນກ ທົ່ວກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ການຜ່ານຮ່າງຂໍ້ຕົກລົງ ໃນຄັ້ງນີ້, ເພື່ອເຮັດໃຫ້ນິຕິກໍາດັ່ງກ່າວ ມີເນື້ອໃນຈະແຈ້ງ-ຊັດເຈນ, ຄົບຖ້ວນສົມບູນຂຶ້ນກວ່າເກົ່າ ແລະ ໃຫ້ສອດຄ່ອງກັບຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026; ເປັນບ່ອນອີງໃຫ້ສາມາດນໍາໄປຜັນຂະຫຍາຍເປັນລະບຽບການ ກໍຄື ແຜນດຳເນີນງານສະເພາະຂອງພາກສ່ວນຕົນໃຫ້ແທດເໝາະຕົວຈິງ, ມີປະສິດທິພາບ ແລະ ປະສິດທິຜົນດີ; ເພື່ອໃຫ້ມີການຫັນປ່ຽນສູ່ອັນໃໝ່ທີ່ດີຂຶ້ນ ໂດຍສະເພາະການຫັນສູ່ຄວາມທັນສະໄໝ, ການຫລຸດຜ່ອນຂອດຂັ້ນ ແລະ ໄລຍະເວລາ; ການປະຕິບັດລວມສູນຜ່ານປະຕູດຽວ; ການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ສົມເຫດສົມຜົນ; ການປະສານງານຄ່ອງແຄ້ວ ແລະ ກົມກຽວກັນ; ການຈັດຕັ້ງປະຕິບັດຖືກຕ້ອງ, ໄປລວງດຽວກັນ, ວ່ອງໄວ ແລະ ທັນການ; ເພື່ອກໍານົດຫລັກ ການ, ຄວາມຮັບຜິດຊອບ, ຂອບເຂດສິດ, ໜ້າທີ່, ວິທີການ, ລະບອບການພົວພັນ ແລະ ການແກ້ໄຂວຽກງານ ຂອງກະຊວງສຶກສາທິການ ແລະ ກິລາ ແນໃສ່ເຮັດໃຫ້ການບໍລິຫານວຽກງານຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະສົມທົບກັບການຍົກສູງຄວາມຮັບຜິດຊອບ ພະນັກງານຫລັກແຫລ່ງທົ່ວກະຊວງສຶກສາທິການ ແລະ ກິລາ. ທັງນີ້, ກໍເພື່ອແນໃສ່ ປັບປຸງກົນໄກວິທີການເຮັດວຽກ ແລະ ແກ້ໄຂວຽກງານພາຍໃນກະຊວງສຶກສາທິການ ແລະ ກິລາ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ ແລະ ເພື່ອຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍລະ ບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຍົກສູງສະຕິຄວາມຮັບຜິດຊອບ ຂອງພະນັກງານຫລັກແຫລ່ງທົ່ວກະຊວງສຶກສາທິການ ແລະ ກິລາ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ສອດຄ່ອງກັບແນວທາງຂອງພັກ, ນະໂຍບາຍຂອງລັດ ແລະ ກົດໝາຍ.

ຂໍ້ຕົກລົງສະບັບນີ້, ກໍານົດຫລັກການ, ລະບຽບການ, ກົນໄກວິທີການເຮັດວຽກທີ່ມີວິທະຍາສາດ, ລະບອບ ການພົວພັນ ແລະ ການແກ້ໄຂວຽກງານ ຂອງພະນັກງານ-ສະມາຊິກພັກ ພາຍໃນກະຊວງສຶກສາທິການ ແລະ ກິລາ; ຍົກສູງສະຕິຄວາມຮັບຜິດຊອບ ໃນການບໍລິຫານວຽກງານຂອງ ກະຊວງໃຫ້ມີຄວາມກົມກຽວ, ວ່ອງໄວ, ໂປ່ງໃສ, ສອດຄ່ອງກັບແນວທາງຂອງພັກ, ນະໂຍບາຍຂອງລັດ, ກົດໝາຍ, ກົນໄກ ວິທີເຮັດຂອງລັດຖະບານ ຊຸດທີ X ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ເປັນບ່ອນອີງໃຫ້ບັນດາ ຫ້ອງການ, ກົມ, ສະຖາບັນ, ສູນ ແລະ ອົງການທຽບເທົ່າກົມ ໃນການພົວພັນ, ປະສານງານ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເປັນເອກະພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments