Homeຂ່າວພາຍໃນສໍາມະນາວິທະຍາສາດ ວຽກງານສິິ່ງແວດລ້ອມ

ສໍາມະນາວິທະຍາສາດ ວຽກງານສິິ່ງແວດລ້ອມ

ໃນໄລຍະທີິ່ຜ່ານມາ ສປປ ລາວ ໄດ້ປະເຊີນກັບຄວາມທ້າທາຍຫຼາຍດ້ານ ໂດຍສະເພາະ ສະພາບພູມອາກາດ ທີິ່ຜັນຜວນ ແລະ ບັນຫາການປ່ຽນແປງດິນຂອງສະພາບດິນຟ້າອາກາດ ທີ່ໄດ້ສົົ່ງຜົນກະທົບ ຢ່າງຮຸນແຮງ ເຮັດໃຫ້ເກີດມີໄພພິບັດ, ພື້ນທີ່ປ່າໄມ້ຖືກທໍາລາຍ, ການສູນເສຍທີ່ດິນ, ຊີວະນາໆພັນ ແລະ ແຫຼ່ງນໍ້າ, ສົົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ຖິິ່ນທີ່ຢູ່ອາໄສຂອງພືດ ແລະ ສັດປ່າ, ພ້ອມທັງເກີດບັນຫາ ຂີ້ເຫຍື້ອ ແລະ ມົນລະພິດ ອື່ນໆ. ໃນນີ້, ສະເພາະປີ 2025 ນີ້ ມີໄພນໍ້າຖ້ວມ ໄພແຫ້ງແລ້ງ ໄດ້ສົົ່ງຜົນກະທົບຕໍ່ ປະຊາຊາຊົນ ຫຼາຍກວ່າ 327,000 ຄົນໃນ 16 ແຂວງ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍ ຄິດເປັນມູນຄ່າຫຼາຍກວ່າ 111 ລ້ານໂດລາ. ນອກຈາກນີ້ ຍັງປະເຊີນກັບບັນຫາມົນລະພິດທາງອາກາດໃນແຕ່ລະປີ ໂດຍສະເພາະໃນລະຫວ່າງ ເດືອນມັງກອນ – ເດືອນເມສາ ຊຶ່ງສົົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງ ເດັກນ້ອຍ, ຜູ້ສູງອາຍຸ ແລະ ກຸ່ມປະຊາກອນ ທີິ່ມີຄວາມສ່ຽງ ນອກນີ້ ຍັງສົົ່ງຜົນກະທົບ ຕໍ່ລະບົບນິເວດແມ່ນໍ້າ ທີ່ເປັນແຫຼ່ງຊັບພະຍາກອນທີ່ສໍາຄັນຕໍ່ຊີວິດການດໍາລົງຊີວິດຂອງປະຊາຊົນ.

ໃນວັນທີ 11 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບວຽກງານສິິ່ງແວດລ້ອມ ເພື່ອສະເຫຼີມສະຫຼອງ ວັນສິິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ປະຈໍາປີ 2026 ຂຶ້ນ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ມາຕິນ ເທເລີ້ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ມີທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການຈັດຕັັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນການສຶກສາ ແລະ ອົງການຈັດຕັັ້ງທາງສັງຄົມ ທັງສູນກາງ ແລະ ທ້ອງຖິິ່ນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສຳມະນາ ໃນມື້ນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ເສັ້ນທາງທີ່ຍືນຍົງ ສໍາລັບ ສປປ ລາວ: ການຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ຄວາມຍືນຍົງ ດ້ານສິິ່ງແວດລ້ອມ” ຊຶິ່ງຈະເປັນເວທີ ທີ່ມີຄວາມໝາຍສຳຄັນ ໃນການເປີດໂອກາດໃຫ້ຜູ້ມີສ່ວນຮ່ວມໃນການວາງນະໂຍບາຍ, ນັກວິຊາການ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ອົງການຈັດຕັັ້ງສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມາຮ່ວມກັນ ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ນໍາສະເໜີນະວັດຕະກໍາໃໝ່ໆ ທີ່ຕິດພັນວຽກງານ ດ້ານສິິ່ງແວດລ້ອມແບບຍືນຍົງ ໂດຍສະເພາະການຄຸ້ມຄອງມົນລະພິດ ແລະ ພລາສຕິກ, ການອະນຸລັກຊີ ວະນາໆພັນ, ການຫັນປ່ຽນໄປສູ່ກາກບອນຕໍ່າ ແລະ ອື່ນໆ. ລັດຖະບານ ກໍຄື ຂະແໜງການກະສິກໍາ ແລະ ສິິ່ງແວດລ້ອມ ໄດ້ປະສານສົມທົບກັບ ກະຊວງ, ອົງການປົກຄອງທ້ອງຖິິ່ນ, ອົງການຈັດຕັັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍານົດນະໂຍບາຍ ແລະ ຫາວິທີປ້ອງກັນ, ຮັບມື ແລະ ແກ້ໄຂບັນຫາດັ່ງກ່າວ ໂດຍຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ ຕາມທິດການເຕີບໂຕສີຂຽວ ແລະ ຍືນຍົງ.

(ແຫຼ່ງຂ່າວ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments