ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມສະຫະພັນຣັດເຊຍ ໃນວັນທີ 14-17 ມິຖຸນາ 2026 ທີ່ນະຄອນຫຼວງມົສກູ. ຫຼັງຈາກນັ້ນ, ພະນະທ່ານນາຍົກລັດຖະມົນຕີ ຈະສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງສາຍພົວພັນອາຊຽນ-ຣັດເຊຍ ຄົບຮອບ 35 ປີ ຊຶ່ງຈະຈັດຂຶ້ນໃນວັນທີ 17-19 ມິຖຸນາ 2026 ທີ່ກາຊານ, ສະຫະພັນຣັດເຊຍ.
ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
RELATED ARTICLES

