ນັດເປີດສະໜາມເຕະບານໂລກ 2026 ເປັນການພົບກັນລະຫວ່າງ ແມັກຊິກໂກ ເຈົ້າພາບຮ່ວມພົບກັບອາຟຣິກກາໃຕ້, ຜົນການແຂ່ງຂັນປາກົດວ່າ ແມັກຊິກໂກ ເອົາຊະນະ ອາຟຣິກາໃຕ້ 2-0 ແລະ ກໍຖືເປັນຄັ້ງທຳອິດໃນປະຫວັດສາດຂອງນັດເປີດການແຂ່ງຂັນເຕະບານໂລກ (World Cup) ທີ່ມີໃບແດງເກີດຂຶ້ນສູງເຖິງ 3 ໃບ. ໃນເກມນີ້ ອາຟຣິກາໃຕ້ ຕ້ອງເຫຼືອຜູ້ຫຼິ້ນພຽງ 9 ຄົນ ເນື່ອງຈາກ ສະເຟເຟໂລ ຊິໂທເລ ແລະ ທິມບາ ຊວາເນ ຖືກໄລ່ອອກຈາກສະໜາມ. ສ່ວນ ເມັກຊິໂກ ເຫຼືອ 10 ຄົນ ຫຼັງຈາກເຊຊາ ມອນເຕດ ຖືກໄລ່ອອກໃນໄລຍະເວລາທົດເຈັບ.

ສຳລັບສະຖິຕິເດີມແມ່ນເກີດຂຶ້ນໃນການແຂ່ງຂັນເຕະບານໂລກ ປີ 1990 ໃນນັດທີ່ ແຄເມີຣູນ ໄດ້ຮັບ 2 ໃບແດງ ໃນນັດເປີດສະໜາມ ທີ່ພວກເຂົາເອົາຊະນະ ອາກຊັງຕິນ ແຊັມເກົ່າໃນເວລານັ້ນ ໄດ້ຢ່າງເຫຼືອເຊື່ອ 1-0. ນີ້ຖືເປັນຄັ້ງທີ 7 ທີ່ມີໃບແດງຢ່າງໜ້ອຍ 3 ໃບໃນໜຶ່ງນັດຂອງການແຂ່ງຂັນເຕະບານໂລກ, ແຕ່ເປັນຄັ້ງທຳອິດທີ່ເກີດຂຶ້ນໃນນັດເປີດສະໜາມ. ນອກຈາກນີ້, ຍັງເປັນຄັ້ງທຳອິດທີ່ມີການແຈກໃບແດງ 3 ໃບ ນັບຕັ້ງແຕ່ນັດປະຫວັດສາດລະຫວ່າງ ປອກຕຸຍການ ພົບກັບ ໂຮນລັງ (ເນເທີແລນ) ໃນປີ 2006 ເຊິ່ງໃນເກມນັ້ນມີໃບແດງເກີດຂຶ້ນເຖິງ 4 ໃບ ແລະ ກາຍເປັນສະຖິຕິສູງສຸດຂອງທົວນາເມນຈົນເຖິງປັດຈຸບັນ.

