HomeUncategorizedຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນຟີລິບປິນ ເພີ່ມຂຶ້ນເປັນ 47 ຄົນ

ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນຟີລິບປິນ ເພີ່ມຂຶ້ນເປັນ 47 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມິຖຸນາ ຜ່ານມາວ່າ: ຄະນະກຳມະການບໍລິຫານ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແຫ່ງຊາດຟີລິບປິນ ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 47 ຄົນ ຈາກແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ທີ່ເກີດຂຶ້ນຢູ່ນອກຊາຍຝັ່ງທະເລພາກໃຕ້ ຂອງເກາະມິນດາເນົາ ໃນວັນທີ 8 ມິຖຸນາ ຜ່ານມາ. ໃນຂະນະດຽວກັນ, ມີຜູ້ສູນຫາຍ 31 ຄົນ ແລະ ໄດ້ຮັບບາດເຈັບ 688 ຄົນ. ມີຫຼາຍກວ່າ 75,300 ຄົວເຮືອນ ຫຼື ຫຼາຍກວ່າ 346,000 ຄົນ ໄດ້ຮັບຜົນກະທົບ ແລະ ມີຫຼາຍກວ່າ 45,000 ຄົນທີ່ບໍ່ມີທີ່ຢູ່ອາໄສ. ລວມທັງມີເຮືອນຫຼາຍກວ່າ 12,600 ຫຼັງໄດ້ຮັບຄວາມເສຍຫາຍ. ແຜ່ນດິນໄຫວຍັງໄດ້ກໍ່ໃຫ້ເກີດໄພພິບັດທີ່ກ່ຽວຂ້ອງອີກ 45 ຄັ້ງ ສ່ວນໃຫຍ່ແມ່ນດິນເຈື່ອນ.

ບົດລາຍງານຊີ້ໃຫ້ເຫັນວ່າ: ແຜ່ນດິນໄຫວໄດ້ສົ່ງຜົນກະທົບຕໍ່ການຈາລະຈອນໃນ 45 ສ່ວນຂອງເສັ້ນທາງ, ຂົວ 8 ແຫ່ງ, ສະໜາມບິນ 1 ແຫ່ງ ແລະ ທ່າເຮືອ 2 ແຫ່ງ, ພ້ອມທັງສົ່ງຜົນກະທົບຕໍ່ກະສິກຳ, ສັດລ້ຽງ ແລະ ການປະມົງ. ການສະໜອງໄຟຟ້າໄດ້ຮັບຜົນກະທົບໃນ 48 ເມືອງ ແລະ ເທດສະບານ. ຂໍ້ມູນຈາກສະຖາບັນພູເຂົາໄຟວິທະຍາ ແລະ ແຜ່ນດິນໄຫວວິທະຍາຂອງຟີລິບປິນຊີ້ໃຫ້ເຫັນວ່າ: ແຜ່ນດິນໄຫວເກີດຂຶ້ນໃນເວລາ 7:37 ໂມງເຊົ້າຕາມເວລາທ້ອງຖິ່ນ ທີ່ຄວາມເລິກ 33 ກິໂລແມັດ, ໂດຍມີຈຸດສູນກາງປະມານ 32 ກິໂລແມັດຢູ່ຫ່າງຈາກຊາຍຝັ່ງ ເມືອງມາຊິມ ແຂວງຊາຣັງການີ ເທິງເກາະມິນດາເນົາ ທາງທິດຕາເວັນຕົກສຽງໃຕ້ປະມານ 32 ກິໂລແມັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments