Homeຂ່າວດ່ວນຫຶງໂຫດ ຈູດລົດຕົນເອງລາມໃສ່ປໍ້ານໍ້າມັນ ຢູ່ບ້ານຜາງແຫ້ງ

ຫຶງໂຫດ ຈູດລົດຕົນເອງລາມໃສ່ປໍ້ານໍ້າມັນ ຢູ່ບ້ານຜາງແຫ້ງ

ເຫດການສຸດສະເທືອນຂັວນໃນທ້າຍອາທິດຜ່ານມາ ແມ່ນຍ້ອນຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ ວັນທີ 9 ມິຖຸນາ 2026, ພັນໂທ ຈິດຕະວົງ ໄຊພະວົງ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 6 ມິຖຸນາ 2026 ເວລາ 19 ໂມງ ໄດ້ຮັບແຈ້ງຈາກທ້າວ ສິນນະວັດ ເຈົ້າຂອງປໍ້ານໍ້າມັນວ່າ ໄດ້ມີເຫດການໄຟໄໝ້ ປໍ້ານໍ້າມັນ ຢູ່ບ້ານຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນຮູ້ວ່າ ຜູ້ກໍ່ເຫດ ຊື່ ທ້າວ ວັນເຊີນ ເຊິ່ງເປັນລູກຄ້າປະຈຳທີ່ມາໃສ່ນໍ້າມັນຢູ່ປໍ້າດັ່ງກ່າວ ແລະ ໄດ້ພົວພັນແບບຊູ້ສາວກັບ ນາງ ຍ ( ນາມສົມມຸດ ) ທີ່ເປັນພະນັກງານຢູ່ປໍ້ານໍ້າມັນ ມາແຕ່ປີ 2024; ມາຮອດເດືອນ 4 ປີ 2026 ທັງສອງໄດ້ເລີ່ມຫ່າງອອກຈາກກັນ, ວັນທີ 4 ມິຖຸນາ 2026 ນາງ ຍ ຈຶ່ງໄດ້ແຊັດບອກເລີກ ທ້າວ ວັນເຊີນ ຈຶ່ງເຮັດໃຫ້ ທ້າວ ວັນເຊີນ ເກີດຄວາມບໍ່ພໍໃຈ ຈຶ່ງໄດ້ແຊັດມາຂູ່ຕີ ຂູ່ຂ້າ ຕື່ມອີກ, ນາງ ຍ ຈຶ່ງໄດ້ປິດການຕິດຕໍ່ທຸກຊ່ອງທາງ.

ໃນມື້ເກີດເຫດຄື ວັນທີ 6 ມິຖຸນາ 2026 ເວລາ 19 ໂມງ ນາງ ຍໍ ໄດ້ມາໄລ່ເງິນຄ່ານໍ້າມັນ ຢູ່ຫົວຈ່າຍນໍ້າມັນ ລ໊ອກທີ 1, ແລ້ວ ທ້າວ ວັນເຊີນ ຂີ່ລົດຫົວລາກ ສີເທົາ ປ້າຍທະບຽນ ບບ 3388 ກຳແພງນະຄອນ ເຂົ້າປໍ້ານໍ້າມັນ ຕຳໃສ່ ນາງ ຍ ທີ່ນັ່ງໄລ່ເງິນຢູ່ ເຮັດໃຫ້ ນາງ ຍ ຟົ້ງອອກ ໄດ້ຮັບບາດເຈັບຫົວແຕກ (ຫຍີບ 12 ເຂັມ); ຫຼັງຈາກນັ້ນ, ນາງ ຍ ໄດ້ແລ່ນໜີ, ທ້າວ ວັນເຊີນ ຈຶ່ງໄດ້ຂີ່ລົດໄລ່ຢຽບ ແລະ ຢຸດລົດ. ຈາກນັ້ນ ທ້າວ ວັນເຊີນ ເອົາຕຸກນໍ້າມັນແອັດຊັງ ມາເທໃສ່ຕົນຕົວ, ເທໃສ່ລົດຫົວລາກທີ່ຜູ້ກ່ຽວຂັບຂີ່ມາ ແລະ ຍ່າງມາເທໃສ່ລົດ ກະບະຣີໂວ້ຂອງ ນາງ ຍ ທີ່ຈອດຢູ່ທາງຂ້າງ ຫົວຈ່າຍນໍ້າມັນ ແລ້ວໄດ້ລົງມືຈູດ ເຮັດໃຫ້ເກີດໄຟໄໝ້ຂຶ້ນຢ່າງໄວວາ ແລະ ຮຸນແຮງ ແລະ ໄດ້ຈູດຕົວເອງ, ໄຟໄດ້ໄໝ້ລາມໄປໃສ່ລົດອີກຄັນທີ່ຢູ່ໃນປໍ້າ, ຈາກນັ້ນ ທ້າວ ສິນນະວັດ ເຈົ້າຂອງປໍ້ານໍ້າມັນ ມາຮອດສະຖານທີ່ ເກີດເຫດ ຈຶ່ງໄດ້ແຈ້ງຕໍ່ກັບພາກສ່ວນທີ່ກ່ຽວຂ້ອງລົງມາລະງັບເຫດ.

ຜ່ານການກວດກາຜົນເສຍຫາຍທັງໝົດມີ: ລົດຫົວລາກ 1 ຄັນ, ລົດກະບະຣີໂວ້ 1 ຄັນ; ລົດ12 ລໍ້ ແກ່1ຄັນ ສະພາບໄຟໄໝ້ເຄິ່ງທາງຫຼັງ; ເພດານປໍ້ານໍ້າມັນ ເປ່ເພ ສົມຄວນ; ຫົວຈ່າຍນໍ້າມັນ ທີ່ບໍ່ໄດ້ໃຊ້ງານ ເປ່ເພ ສົມຄວນ; ລົດຈັກ ເວບ 100 ສີແດງດໍາ ເປ່ເພ ເລັກໜ້ອຍ; ນາງ ຍ ແມ່ນໄດ້ຮັບບາດເຈັບ ຫົວແຕກຫຍິບ 12 ເຂັມ; ທ້າວ ວັນເຊີນ (ຜູ້ກໍ່ເຫດ) ແມ່ນໄດ້ເສຍຊີວິດ ຢູ່ໂຮງໝໍ ມິດຕະພາບ 150 ຕຽງ ເວລາ 23 ໂມງ ຂອງວັນທີ 7 ມິຖຸນາ 2026.

ພາບ-ຂ່າວ: ສາວນ້ອຍໂພນໂຮງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments