Homeຂ່າວຕ່າງປະເທດອີຣານ ປະກາດປິດຊ່ອງແຄບ ຮໍມຸສ ຕໍ່ກຳປັ່ນທັງໝົດ

ອີຣານ ປະກາດປິດຊ່ອງແຄບ ຮໍມຸສ ຕໍ່ກຳປັ່ນທັງໝົດ

ວິທະຍຸ ໂທລະພາບ ສູນກາງຈີນ, ກອງທັບອີຣານ ອອກຖະແຫລງການວ່າ: ເນື່ອງຈາກສະພາບຄວາມ​ວຸ່ນ​ວາຍທາງດ້ານຄວາມໝັ້ນຄົງໃນພາກພື້ນ, ຊ່ອງແຄບຮໍມຸ​ສ ຈະປິດຕັ້ງແຕ່ ວັນທີ 11 ມິຖຸນາ ນີ້ ເປັນຕົ້ນໄປ ສຳລັບກຳ​ປັ່ນ​ທຸກປະເພດ ລວມທັງກຳ​ປັ່ນ​ຂົນສົ່ງນ້ຳມັນ ແລະ ກຳ​ປັ່ນ​ສິນຄ້າ, ກຳ​ປັ່ນ​ໃດກໍ​ຕາມ​ທີ່ຢາກ​ແລ່ນຜ່ານຊ່ອງແຄບຮໍມຸ​ສ ລ້ວນ​ແຕ່ຈະຖືກໂຈມຕີ. ກອງທະ​ຫານເຮືອ ​ຂອງກອງ​ກຳ​ລັງ​ປ້ອງ​ກັນການປະຕິວັດອິດສະ​ລາມອີຣານ​ ໄດ້ປະກາດວ່າ: ​ຍ້ອນ ສ.ອາເມ​ລິກາ ໄດ້ລະເມີດສັນ​ຍາຢຸດຍິງເທື່ອ​ແລ້ວເທື່ອ​ອີກ, ຊ່ອງແຄບຮໍມຸ​ສ ຈຶ່ງຖືກປິດຈົນກວ່າຈະມີການແຈ້ງ​ຕື່ມ​ອີກ. ກອງ​ກຳ​ລັງ​ປ້ອງ​ກັນ​ການປະຕິວັດອິດສະ​ລາມ ອີຣານ ເຕືອນວ່າ: ຫ້າມບໍ່ໃຫ້ກຳ​ປັ່ນ​ລຳໃດແລ່ນອອກຈາກນ່ານ​ນ້ຳ​ຂອງ​ຕົນໃນອ່າວເປີເຊ​ຍ ແລະ ອ່າວ​ໂອມານ, ການເຂົ້າໃກ້ຊ່ອງແຄບຮໍມຸ​ສ ຈະຖືກຖືວ່າເປັນການ ຮ່ວມມືກັບສັດຕູ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments