Homeຂ່າວຕ່າງປະເທດນຳພາການພົວພັນ ຈີນ-ສປປ ເກົາຫລີ ສືບຕໍ່ຂຽນປະຫວັດສາດໜ້າໃໝ່ ໃນຍຸກໃໝ່

ນຳພາການພົວພັນ ຈີນ-ສປປ ເກົາຫລີ ສືບຕໍ່ຂຽນປະຫວັດສາດໜ້າໃໝ່ ໃນຍຸກໃໝ່

ວິທະຍຸ ໂທລະພາບສູນກາງຈີນ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ທາງລັດຖະກິດເມື່ອບໍ່ດົນມານີ້ໄດ້ສະເໜີ 4 ຂໍ້ສຳຄັນ ເພື່ອແນໃສ່ເສີມຂະຫຍາຍການພັດທະນາການພົວພັນສອງພັກ-ສອງລັດ ແບບຍາວນານ ແລະ ທ່າອຽງຂອງຍຸກສະໄໝ ຄື “ຍຶດໝັ້ນຖືການແລກປ່ຽນ ລະຫວ່າງ ການນຳຂັ້ນສູງ ເປັນການຊີ້ນຳ-ນຳພາ ແລະ ເສີມສ້າງພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງການເມືອງໃຫ້ແໜ້ນແກ່ນ”, “ຍຶດໝັ້ນຖືການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນເປັນເປົ້າໝາຍ ແລະ ຍົກສູງລະດັບການຮ່ວມມືທີ່ຕິດແທດຕົວຈິງ” “ຍຶດໝັ້ນຖືການສືບທອດມິດຕະພາບທີ່ເປັນມູນເຊື້ອເປັນພະລັງຂັບເຂື່ອນ ແລະ ຮັດແໜ້ນຄວາມຜູກພັນທາງຈິດໃຈ ຂອງປະຊາຊົນ” ແລະ “ຍຶດໝັ້ນຖືຄວາມຍຸຕິທຳ ແລະ ຄວາມເປັນທຳເປັນຫລັກການ ແລະ ເພີ່ມເນື້ອໃນ ຂອງການປະສານງານທາງຍຸດທະສາດໃຫ້ອຸດົມສົມບູນກວ່າເກົ່າ”. ຂໍ້ສະເໜີທັງ 4 ຂໍ້ດັ່ງກ່າວໄດ້ວາງແຜນກ່ຽວກັບອະນາຄົດ ແລະ ໃຫ້ຄຳແນະນຳແກ່ການພັດທະນາການພົວພັນ ສປ ຈີນ-ສປປ ເກົາຫລີ ໃນຍຸກໃໝ່.

ສາເຫດທີ່ເຮັດໃຫ້ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປ ຈີນ ກັບ ສປປ ເກົາຫລີ ໄດ້ຮັບການສືບທອດກັນມາຫລາຍຮຸ່ນຄົນໂດຍຜ່ານການທົດສອບ ຂອງສະຖານະການສາກົນທີ່ຜັນແປຢ່າງສະຫລັບຊັບຊ້ອນນັ້ນ, ຂໍກະແຈສຳຄັນ ແມ່ນຍ້ອນການນຳພາ ແລະ ການຊີ້ນຳທິດທາງຂອງການນຳສູງສຸດ. ການແລກປ່ຽນລະດັບສູງລະຫວ່າງການນຳຂັ້ນສູງຂອງສອງປະເທດ ໄດ້ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ລະຫວ່າງ ສປ ຈີນ-ສປປ ເກົາຫລີ ແລະ ເພີ່ມພະລັງຂັບເຂື່ອນຢ່າງແຂງແຮງເຂົ້າໃນການພັດທະນາການພົວພັນສອງພັກ-ສອງລັດ. ໃນຖານະທີ່ເປັນເພື່ອນຮ່ວມເດີນຕາມເສັ້ນທາງສັງຄົມນິຍົມ, ສປ ຈີນ ແລະ ສປປ ເກົາຫລີ ຕ່າງກໍຜະເຊີນໜ້າກັບພາລະກິດພັດທະນາເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາປະເທດຢ່າງຮອບດ້ານ. ສປ ຈີນ ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງ ສປປ ເກົາຫລີ. ໃນໄຕມາດທຳອິດປີນີ້, ມູນຄ່າການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 14,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນການຢ້ຽມຢາມຄັ້ງນີ້, ທ່ານ ສີ ຈິ້ນຜິງ ຊີ້ອອກວ່າ: ສອງປະເທດຕ້ອງ “ເພີ່ມທະວີການຮ່ວມມືຕົວຈິງໃນຂົງເຂດເສດຖະກິດການຄ້າ, ກະສິກຳ, ການກໍ່ສ້າງ, ວິທະຍາສາດ ເຕັກໂນໂລຊີ, ສາທາລະນະສຸກ ແລະອື່ນໆ” ແລະ “ຂະຫຍາຍການແລກປ່ຽນ ລະຫວ່າງ ປະຊາຊົນສອງຊາດ”. ມາດຕະການດັ່ງກ່າວ ຈະຊ່ວຍຍົກລະດັບການຮ່ວມມືຈີນ-ສປປ ເກົາຫລີ ຕື່ມອີກ, ທັງຊຸກຍູ້ການສ້າງຄວາມທັນສະໄໝ ຂອງປະເທດໃຜລາວ ແລະ ສະແດງໃຫ້ເຫັນເຖິງທ່າແຮງທີ່ພົ້ນເດັ່ນ ແລະ ອະນາຄົດທີ່ສະຫວ່າງສະໄຫວ ຂອງສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.

ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ເປັນມິດ, ສປ ຈີນ ແລະ ສປປ ເກົາຫລີ ມີການສະແຫວງຫາຮ່ວມໃນດ້ານການຊຸກຍູ້ຄວາມສະຫງົບຖາວອນຂອງພາກພື້ນ ກໍຄືສັນຕິພາບ ແລະ ສະຖຽນລະພາບຂອງໂລກ. ທ່ານກິມເຈິງອຸນກ່າວວ່າ: ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ 4 ຂໍ້ລິເລີ່ມທົ່ວໂລກ ທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ມີຄວາມໝາຍເລິກເຊິ່ງ ແລະ ຍາວນານ ຕໍ່ການຊຸກຍູ້ສັນຕິພາບ ແລະ ການພັດທະ ນາຂອງໂລກ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຍ້ອງຍໍຊົມເຊີຍຈາກປະຊາຊົນທົ່ວໂລກ. ນັກວິເຄາະເຫັນວ່າ: ສປ ຈີນ ແລະ ສປປ ເກົາຫລີ ເພີ່ມທະວີການປະສານງານທາງຍຸດທະສາດ ໃນລະດັບສູງ ໄດ້ສ້າງເນື້ອໃນໃໝ່ໃນຍຸກສະໄໝໃໝ່ ໃຫ້ແກ່ການພົວພັນສອງປະເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments