ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີຄັ້ງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ໃນວັນທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ໃນກອງປະຊຸມຄັ້ງນີ້ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ສະແດງໃຫ້ເຫັນ ທັດສະນະ ຂອງ ສປປ ລາວ ຕໍ່ກັບບັນຫາທີ່ພົ້ນເດັ່ນ ແລະ ເປັນສິ່ງທ້າທາຍໃນປັດຈຸບັນ ເພື່ອແລກປ່ຽນກັບ ຜູ້ນໍາຈາກບັນດາປະເທດໃນພາກພື້ນອາຊີ ແລະ ອົງການຈັດຕັ້ງສາກົນຕ່າງໆ. ໃນນັ້ນ, ໄດ້ຍົກໃຫ້ເຫັນສະພາບການພາກພື້ນ ແລະ ສາກົນທີ່ຕິດພັນກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໂດຍສັງເຂບລວມທັງຜົນກະທົບຕໍ່ເສດຖະກິດໂລກ ແລະ ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນພາກພື້ນອາຊີກໍຄືທົ່ວໂລກ. ພ້ອມດຽວກັນນີ້, ກໍຍັງໄດ້ສະເໜີທັດສະນະຕໍ່ການສົ່ງເສີມການຮ່ວມມື ຊຶ່ງກັນ ແລະ ກັນລະຫວ່າງ ບັນດາປະເທດກໍຄືປະຊາຄົມໂລກໂດຍສະເພາະໃນພາກພື້ນອາຊີ-ປາຊີຟິກ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆທີ່ກໍາລັງປະເຊີນໜ້າຢູ່ໃນປັດຈຸບັນ; ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະເໜີກ່ຽວກັບວິໄສທັດ, ຍຸດທະສາດ ແລະ ທັດສະນະ, ຈຸດຢືນ ຂອງ ສປປ ລາວ ຕໍ່ບັນຫາສິ່ງທ້າທາຍຕ່າງໆໃນປັດຈຸບັນ ກໍຄື ການປະຕິບັດນະໂຍບາຍການຕ່າງປະເທດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030) ລວມທັງ ການສົ່ງເສີມການພັດທະນາສີຂຽວ ແລະ ຍືນຍົງ ແລະ ໄລຍະຂ້າມຜ່ານຂອງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ໃນກອງປະຊຸມຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຍັງໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນ ແລະ ໃຫ້ສຳພາດພິເສດຕໍ່ສໍານັກຂ່າວ ນິກເກອິ ກ່ຽວກັບ ການຮັບມືກັບບັນດາຜົນກະທົບຈາກບັນຫາກໍາລັງເຄັ່ງຮ້ອນ ທີ່ຕິດພັນກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ພາກພື້ນກໍຄື ສປປ ລາວ ເພື່ອເປັນແນວທາງໃນການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແນໃສ່ຮັກສາພາກພື້ນອາຊີ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃນອະນາຄົດ.
(ຂ່າວ: ກຕທ)

