Homeຂ່າວຕ່າງປະເທດກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5

ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 10 ມິຖຸນາ ຜ່ານມາ,ກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງ ຂອງຈີນ. ຂ່າວລະບຸວ່າ: ຜູ້ເຂົ້າຮ່ວມປະຊຸມເຫັນວ່າ ເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກໄດ້ກາຍເປັນເວທີສຳຄັນສຳລັບສື່ມວນຊົນຈາກປະເທດຕ່າງໆໄດ້ລົງເລິກແລກປ່ຽນຄວາມຄິດຄວາມເຫັນ ແລະ ຖອດຖອນບົດຮຽນຊຶ່ງກັນແລະ ກັນ. ການປະຕິວັດທາງວິທະຍາສາດ-ເຕັນໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່ທີ່ຖືປັນຍາປະດິດເປັນຕົວແທນນັ້ນກຳລັງຊຸກຍູ້ໃຫ້ເກີດມີຮູບການຜະລິດ, ວິຖີຊີວິດ, ຮູບແບບການຮ່ຳຮຽນ ແລະ ຮູບແບບການເຮັດວຽກແບບໃໝ່. ຈີນກຳລັງປະຕິບັດໂຄງການ “ປັນຍາປະດິດ+” ເພື່ອສະໜອງໂອກາດໃໝ່ ແລະ ເປີດພື້ນທີ່ໃໝ່ໃຫ້ແກ່ການພັດທະນາ ແລະ ການຮ່ວມມື ລະຫວ່າງຈີນ ກັບ ທົ່ວໂລກ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມປະຊຸມກ່າວວ່າ: ປັນຍາປະດິດໄດ້ສ້າງຜົນສະທ້ອນຢ່າງຮອບດ້ານ ແລະ ເລິກເຊິ່ງຕໍ່ສະຖານະພາບຂອງສື່ມວນຊົນ ແລະ ສະພາບແວດລ້ອມຄວາມຄິດເຫັນສາທາລະນະ. ຕ້ອງຊຸກຍູ້ໃຫ້ປັນຍາປະດິດເສີມສ້າງຄວາມສາມາດຢ່າງຮອບດ້ານໃຫ້ຂົງເຂດຕ່າງໆ ເຊັ່ນ: ການລາຍງານຂ່າວ, ການເຜີຍແຜ່ວັດທະນະທຳ ແລະ ການບໍລິການສາທາລະນະເປັນຕົ້ນ, ເລັ່ງລັດຊຸກຍູ້ການປ່ຽນແປງສື່ມວນຊົນຜ່ານການພັດທະນາທີ່ມີການປະດິດສ້າງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments