ໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະ ທານປະເທດ ພ້ອມດ້ວຍຄະນະ ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 10 ມິຖຸນາ 2026 ນີ້, ສະຫາຍ ເລຂາທິການໃຫຍ່ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງແຂວງຈໍາປາສັກ ໂດຍເນັ້ນໃຫ້ຄະນະພັກ, ຄະນະກໍາມະການປົກຄອງແຂວງ ສືບຕໍ່ສຸມໃສ່ຊອກຫາທ່າແຮງທີ່ບົ່ມຊ້ອນຂອງແຂວງ ແລ້ວສືບຕໍ່ວາງມາດຕະການໃນການພັດທະນາ ໂດຍນໍາໃຊ້ທ່າແຮງທີ່ມີ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ຈະເລີນເຕີບໂຕ.
ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະກໍາມະການປົກຄອງແຂວງ ຍົກສູງບົດບາດການນໍາພາຂອງຄະນະພັກ, ຄະນະກໍາມະການປົກຄອງແຕ່ລະຂັ້ນ, ເພີ່ມທະວີຄວາມເປັນແບບຢ່າງຂອງສະມາຊິກພັກ-ພະນັກງານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນໍາພາ-ຊີ້ນໍາແກ້ໄຂບັນຫາກຍຸ້ງຍາກຫລ້າຫລັງ ເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນ, ສາມາດພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າຊາວແຂວງ ຈໍາປາສັກ ໃຫ້ນັບມື້ດີຂຶ້ນ; ຮັກສາໄດ້ຄວາມສາມັກຄີພາຍໃນຄະນະພັກ-ຄະນະກໍາມະການປົກຄອງແຂວງ ໃຫ້ເປັນປຶກແຜ່ນແໜ້ນໜາ, ນໍາພາ-ຊີ້ນໍາວຽກງານ ປກຊ-ປກສ ໃຫ້ແຂງແຮງກວ່າເກົ່າ ເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນຕາແສງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນມີສະຕິຕື່ນຕົວ, ປະກອບສ່ວນໃນການແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ, ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ການຕົວະຍົວະຫລອກລວງໃນສື່ສັງຄົມອອນລາຍ, ສະແກມເມີ ແລະ ອື່ນໆໃຫ້ຫລຸດໜ້ອຍຖອຍລົງ.

ນອກນັ້ນ, ສະຫາຍ ເລຂາທິການໃຫຍ່ ຍັງເນັ້ນໃຫ້ເອົາໃຈໃສ່ ເປີດກວ້າງການພົວພັນຮ່ວມມື ກັບພາຍນອກ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ມາປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

