ເດັກນ້ອຍຕໍ່າກວ່າ 5 ປີ ເປັນກຸ່ມສ່ຽງສູງສຸດ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ກຳລັງເປັນກຸ່ມທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກອາ ຫານບໍ່ປອດໄພ ໂດຍມີຄວາມສ່ຽງຕໍ່ການລົ້ມປ່ວຍສູງເກືອບ 3 ເທົ່າ ອີງຕາມການປະເມີນຂໍ້ມູນລ່າສຸດຂອງອົງການອະນາໄມໂລກ (WHO).
ອົງການອະນາໄມໂລກ ເຜີຍແຜ່ບົດລາຍງານສະບັບໃໝ່ ລະບຸວ່າ ອາຫານບໍ່ປອດໄພເຮັດໃຫ້ມີຜູ້ລົ້ມປ່ວຍປະມານ 866 ລ້ານຄົນ ແລະ ເສຍຊີວິດ 1,5 ລ້ານຄົນຕໍ່ປີທົ່ວ ໂລກ. ໃນນັ້ນ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ມີຄວາມສ່ຽງຕໍ່ການລົ້ມປ່ວຍຈາກອາຫານບໍ່ປອດໄພສູງກວ່າເດັກໃຫຍ່ ແລະ ຜູ້ໃຫຍ່ເກືອບ 3 ເທົ່າ.

