ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II ປະຈໍາ ສົກຮຽນ 2026-2027 ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ ມວສ ວິທະຍາເຂດ ເຂດເພຍວັດ ໂດຍ ການເປັນກຽດເຂົ້າ ຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຍຊາຍ ຜູ້ອໍານວຍການ ມວສ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ມາຍຟອງ ມາຍຊາຍ ກ່າວວ່າ: ຫ້ອງຮຽນພອນສະຫວັນ ແມ່ນໂຄງການທີ່ໃຊ້ ການຮຽນ – ການສອນເປັນພາສາອັງກິດພື້ນຖານ ໃນການພັດທະນານັກສຶກສາທີ່ມີຜົນການຮຽນດີໃຫ້ ເປັນບຸກຄະລາກອນດ້ານສາທາລະນະສຸກທີ່ມີຄຸນນະພາບສູງ ພ້ອມໃຊ້ພາສາອັງກິດໃນການຮຽນ, ຄົ້ນຄວ້າ ແລະ ສື່ສານ ສາກົນໄດ້ຢ່າງມີປະສິດທິພາບ ຊຶ່ງ ໂຄງການມີເປົ້າໝາຍເພື່ອຜະລິດຄູ-ອາຈານ ແລະ ທ່ານໝໍຮຸ່ນໃໝ່ທີ່ມີສະມັດຖະພາບ ແລະ ເປັນແຮງຂັບເຄື່ອນສໍາຄັນຂອງການຍົກລະດັບການສຶກສາ ແລະ ການບໍລິການສຸຂະພາບໃນປະເທດ. ການຄັດເລືອກນັກສຶກສາເຂົ້າຮ່ວມໂຄງການຖືກດໍາເນີນຢ່າງເຂັ້ມງວດ. ຜ່ານການສອບເສັງແບບ MCQ ແລະ ການສໍາພາດເປັນພາສາອັງກິດ ຈົນໄດ້ນັກສຶກສາຜ່ານຄັດເລືອກ 35 ຄົນທີ່ຈະເຂົ້າຮຽນໃນປີນີ້.

ໂຄງການຫ້ອງຮຽນພອນສະຫວັນແມ່ນການລົງມືປະຕິບັດຂອງ ມວສ ໃນການຮອງຮັບແຜນຍຸດທະສາດພັດທະນາຊາດ ແລະ ວິໄສທັດຂອງພັກ ທີ່ເນັ້ນການພັດທະນາຄົນ ເປັນຫົວໃຈຂັບເຄື່ອນ ສັງຄົມ ແລະ ສຸຂະພາບຂອງປະຊາຊົນ ແລະ ຂໍຂອບໃຈຄະນະນໍາ ແລະ ພາກ ສ່ວນທີ່ກ່ຽວຂ້ອງທຸກຝ່າຍ ທີ່ໃຫ້ການ ສະໜັບສະໜູນໃນການຂັບເຄື່ອນໂຄງການໃຫ້ສໍາເລັດຜົນ. ໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍ ມວສ ກໍຄືທຸກ ພາກສ່ວນທີ່ເຮັດໃຫ້ເກີດມີໂຄງການດີໆ ເປີດຫ້ອງຮຽນພອນສະຫວັນໃຫ້ນັກ ສຶກສາໄດ້ມີໂອກາດ ພັດທະ ນາຕົນເອງໃນການເປັນແພດໝໍແບບມືອາຊີບ, ທັນຍຸກທັນສະໄໝຕາມເຕັກໂນໂລຊີ ແລະ ມີສະມັດຖະ ພາບລະດັບສາກົນ.

