Homeຂ່າວການເມືອງຜົນສຳເລັດການຢ້ຽມຢາມ ສປ ຈີນ ຂອງສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ

ຜົນສຳເລັດການຢ້ຽມຢາມ ສປ ຈີນ ຂອງສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ

ໃນວັນທີ 10 ມິຖຸນາ 2026 ນີ້, ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ລາວ-ຈີນ ກ່ຽວກັບໝາກຜົນການຢ້ຽມຢາມ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.

ສະຫາຍ ນາງ ຟາງຫົງ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງການຢາມລັດຖະກິດ ຢູ່ ສປ ຈີນ ຂອງສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຊຶ່ງໃນລະຫວ່າງການຢ້ຽມຢາມ, ສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໄດ້ພົບປະເຈລະຈາກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ຮ່ວມກັນເປັນສັກຂີພິຍານ ໃນການລົງນາມເອກະສານການຮ່ວມມືໃນຫລາຍຂົງເຂດ. ພ້ອມນີ້, ສະຫາຍ ຫລີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ສະຫາຍ ເຈົ້າເລີ້ຈີ້ ປະທານຄະນະກຳມະການປະຈຳສະພາປະຊາຊົນທົ່ວປະເທດຈີນ ກໍໄດ້ແຍກກັນເຂົ້າຢ້ຽມຂໍ່ານັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ; ສອງຝ່າຍໄດ້ແຈ້ງສະພາບການຂອງພັກ ແລະ ລັດ ຂອງຕົນໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງ ກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດ ກໍຄື ບັນຫາສາກົນ ແລະ ພາກພື້ນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ຊຶ່ງໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຫລາຍປະການ; ສອງຝ່າຍໄດ້ຮ່ວມກັນອອກຖະແຫລງການຮ່ວມ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ແລະ ໄດ້ລົງນາມເອກະສານການຮ່ວມມືທັງໝົດ 32 ສະບັບ. ນອກຈາກນັ້ນ, ສະຫາຍ ເລຂາທິ ການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມແຂວງເຈີ້ຈຽງ, ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ, ສູນການບິນອະວະກາດປັກກິ່ງ, ພ້ອມທັງໄດ້ພົບປະກັບອະດີດເອກອັກຄະລັດຖະທູດຈີນປະຈຳລາວ ແລະ ຕົວແທນອະດີດນັກຮົບເກົ່າຈີນ ທີ່ເຄີຍຊ່ວຍເຫລືອລາວຕໍ່ຕ້ານຈັກກະພັດຜູ້ຮຸກຮານ. ພ້ອມນີ້, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ຮ່ວມກັນປະກາດສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ “3+3” (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ) ແລະ ຊຸກຍູ້ການສ້າງຕັ້ງການເປັນຄູ່ຮ່ວມຄວາມໝັ້ນຄົງ ຈີນ-ລາວ ຊຶ່ງແມ່ນການຈັດຕັ້ງກົນໄກທີ່ມີລັກສະນະລະບົບອັນສຳຄັນ ໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ທັງເປັນຄວາມຮຽກຮ້ອງຕ້ອງການອັນຈຳເປັນ ໃນການຊຸກຍູ້ພາລະກິດສັງຄົມນິຍົມ ຂອງທົ່ວໂລກໃຫ້ເຕີບໃຫຍ່ຂະຫຍາຍຕົວ. ພ້ອມກັນນີ້, ສອງຝ່າຍໄດ້ກຳນົດຢ່າງຈະແຈ້ງວ່າ ຈະລົງເລິກການຮ່ວມມືດ້ານເຕັກໂນໂລຊີດີຈິຕອນ ແລະ ປັນຍາປະດິດ (AI), ສະໜັບສະໜູນລາວໃນການສ້າງສູນຂໍ້ມູນແຫ່ງຊາດ (National Data Center), ລະບົບຄລາວ (Cloud Computing) ແລະ ເຄືອຂ່າຍການສື່ສານທີ່ທັນສະໄໝ, ພ້ອມທັງຊຸກຍູ້ການສ້າງລະບົບລັດຖະບານເອເລັກໂຕຣນິກ (E-Government). ໃນຂະນະດຽວກັນ, ຈະສືບຕໍ່ເພີ່ມທະວີການຮ່ວມມືຕົວຈິງ ໃນຂົງເຂດບຸກຄະລາກອນການແພດ, ສຸຂະພາບແມ່ ແລະ ເດັກ, ການຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່, ຢາພື້ນເມືອງ ແລະ ຂົງເຂດອື່ນໆ, ພ້ອມທັງຮ່ວມກັນຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອ “ນ້ອຍແຕ່ງາມ” ໃນຂົງ ເຂດຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ: “ໂຄງການແສງສະຫວ່າງ” ແລະ “ໂຄງການນໍ້າໃຈຄວາມຮັກ”. ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດການປ້ອງກັນ ແລະ ປິ່ນປົວພະຍາດເຂດຮ້ອນ ໂດຍອີງໃສ່ຫ້ອງທົດລອງ ທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ປິ່ນປົວພະຍາດເຂດຮ້ອນ ຕາມແຜນຂອງໂຄງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນພື້ນຖານ, ເພື່ອລົງເລິກການຮ່ວມມືຄົ້ນຄວ້າຮ່ວມກັນໃນການປ້ອງກັນ ແລະ ປິ່ນປົວພະຍາດເຂດຮ້ອນສອງຝ່າຍ ຈີນ-ລາວ. ໂດຍຜ່ານການຮ່ວມມື ຈີນ-ລາວ ເຫລົ່ານີ້, ປະຊາຊົນລາວ ຈະສາມາດຊົມໃຊ້ການບໍລິການດ້ານການສື່ສານທີ່ວ່ອງໄວຂຶ້ນ, ການບໍລິການພາກລັດທີ່ສະດວກສະບາຍຂຶ້ນ, ການບໍລິການທາງດ້ານການແພດທີ່ມີຄຸນນະພາບດີຂຶ້ນ ແລະ ການບໍລິການດ້ານປັນຍາປະດິດ (AI) ທີ່ກ້າວໜ້າຂຶ້ນ.

ສະຫາຍ ນາງ ຟາງຫົງ ຍັງໃຫ້ຮູ້ອີກວ່າ: ການຢ້ຽມຢາມໃນຄັ້ງນີ້, ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ, ຖືເປັນເຫດການທີ່ສຳຄັນອັນດັບໜຶ່ງໃນການພົວພັນ ລາວ-ຈີນ ຊຶ່ງສື່ມວນຊົນຫລັກຂອງທັງສອງປະເທດ ຕ່າງກໍໄດ້ລາຍງານຂ່າວຢ່າງທົ່ວເຖິງ ແລະ ຕໍ່ເນື່ອງ, ຊຶ່ງການຢ້ຽມຢາມຄັ້ງນີ້, ແມ່ນການຢ້ຽມຢາມແຫ່ງມິດຕະພາບ ທີ່ສືບສານສາຍ ສຳພັນ ແລະ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈກັນຢ່າງຈະແຈ້ງ, ທັງເປັນການຢ້ຽມຢາມ, ແລກປ່ຽນທີ່ລົງເລິກການຖອດຖອນບົດຮຽນ ແລະ ເພີ່ມທະວີຄວາມຮັບຮູ້ເຊິ່ງກັນ ແລະ ກັນ, ທັງແມ່ນການຢ້ຽມຢາມແຫ່ງການຮ່ວມມື ທີ່ລົງເລິກການຮ່ວມມື ແລະ ຮ່ວມກັນສະແຫວງຫາການພັດທະນາ, ຊຶ່ງສອງຝ່າຍໄດ້ບັນລຸຄວາມຮັບຮູ້ຮ່ວມກັນ ທີ່ສຳຄັນຫລາຍປະການ ກ່ຽວກັບການຊຸກຍູ້ການຟື້ນຟູການພັດທະນາ ແລະ ການສ້າງສາຫັນເປັນທັນສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments