ໃນລະຫວ່າງວັນທີ 8-9 ມິຖຸນາ 2026 ນີ້, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສໍານັກງານກວດສອບແຫ່ງຊາດມົງໂກລີ ນະຄອນຫລວງອູລານບາຕໍ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ມັກໄນຊູເຣນ ຊັນດັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ.
ການພົບປະສອງຝ່າຍໃນຄັ້ງນີ້, ເປັນຂີດໝາຍສຳຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍ ທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2025 ແນໃສ່ຊຸກຍູ້ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄື ການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 64 ປີ (12/9/1962-12/9/2026).
ການເຄື່ອນໄຫວພົບປະຢ້ຽມຢາມຄັ້ງນີ້, ໄດ້ພົບປະສອງຝ່າຍລະຫວ່າງ ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຄະນະຜູ້ແທນສໍານັກງານກວດສອບແຫ່ງຊາດ ມົງໂກລີ ຊຶ່ງໃນກອງປະຊຸມໄດ້ປຶກສາຫາລືວຽກງານ ດ້ວຍບັນຍາກາດອົບອຸ່ນໄມຕີຈິດ ຊຶ່ງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບໄລຍະຜ່ານມາ ແລະ ທິດທາງເເຜນການໃນຕໍ່ໜ້າ ຄື: ສືບຕໍ່ຈັດກອງປະຊຸມ ແລະ ການຢ້ຽມຢາມທາງການ ໃນລະດັບການນຳ ເພື່ອຊຸກຍູ້ການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນຂົງເຂດວຽກງານການກວດສອບພາກລັດ ໃຫ້ເປັນປົກກະຕິ; ສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການ ຢ່າງເປັນປົກກະຕິເປັນຕົ້ນ ລົງເລິກວຽກງານການກວດສອບ ລະບົບຄວບຄຸມພາຍໃນ ຂອງເປົ້າໝາຍກວດສອບ, ການຕິດຕາມການແກ້ໄຂຜົນການກວດສອບ, ວຽກງານຮັບປະກັນຄຸນນະພາບຜົນການກວດສອບຜົນການ ຈັດຕັ້ງປະຕິບັດ, ການປັບປຸງກົດໝາຍ ເນື່ອງຈາກອົງການກວດສອບແຫ່ງລັດ ມີແຜນປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ໃນປີ 2027, ສະນັ້ນໃນຕໍ່ໜ້າສະເໜີໃຫ້ຄະນະວິຊາການທີ່ກ່ຽວຂ້ອງໃນການປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັນ; ສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນເວທີສາກົນ.
ພ້ອມກັນນັ້ນ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນທາງດ້ານວິຊາການໃນຫົວຂໍ້ ການກວດສອບການຂຸດຄົ້ນບໍ່ແຮ່ລົງເລິກການກວດສອບ ກອງທຶນຟື້ນຟູສິ່ງແວດລ້ອມ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນການກວດສອບລົງເລິກການນໍາໃຊ້ ຊັອຟແວ, ໂປຣແກຣມສະເພາະເຂົ້າໃນການກວດສອບ ແລະ ການກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫລືອ. ນອກຈາກນັ້ນ, ຍັງໄດ້ຮັບຟັງບົດບາດ, ສິດ ແລະ ໜ້າທີ່, ແຜນນະໂຍບາຍການພັດທະນາ ຂອງສຳນັກງານກວດສອບແຫ່ງຊາດ ມົງໂກລີ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ຍັງໄດ້ເດີນທາງເຂົ້າຢ້ຽມຂໍ່ານັບ ທ່ານ ບຽມບາຊັອກທ ຊັນດັກ ປະທານສະພາແຫ່ງຊາດ ມົງໂກລີ ຊຶ່ງປະທານສະພາແຫ່ງຊາດ ໄດ້ສະ ແດງຄວາມຊົມເຊີຍ ຕໍ່ການມາເຄື່ອນໄຫວຂອງຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຄັ້ງນີ້ ສະແດງເຖິງຄວາມເອົາໃຈໃສ່ໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ລາວ-ມົງໂກລີ ໂດຍສະ ເພາະ ການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 64 ປີ; ສະເໜີໃຫ້ສອງອົງການກວດສອບ ສືບຕໍ່ການພົວພັນຮ່ວມມືຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນທັງສອງປະເທດ; ສືບຕໍ່ແລກປ່ຽນບົດຮຽນດ້ານການກວດສອບເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເພື່ອໃຫ້ສອງອົງການມີຄວາມເຂັ້ມແຂງ ແລະ ຫັນເປັນມືອາຊີບເທື່ອລະກ້າວ ແລະ ພ້ອມກັນສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.
ຂ່າວ: ກວດສອບແຫ່ງລັດ

