ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ລະຫວ່າງວັນທີ 8 ຫາ 9 ມິຖຸນາ 2026, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ ສປ ຈີນໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ທາງລັດຖະກິດ.
ໃນໄລຍະຢ້ຽມຢາມ, ທ່ານ ສີຈິ້ນຜິງ ໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກັບທ່ານ ກິມເຈິງອຸນ, ສອງຝ່າຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນໃໝ່ຕ່າງໆ. ຫາງສຽງຈີນ ແລະ ຕ່າງປະເທດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຫັນວ່າການຢ້ຽມຢາມແມ່ນດຳເນີນໃນເວລາອັນສຳຄັນຍິ່ງ, ຄວາມໝາຍ ແລະ ຜົນສະທ້ອນທາງຍຸດທະສາດລື່ນກາຍຂອບເຂດສອງຝ່າຍຢ່າງຫລວງຫລາຍ, ຜົນສຳເລັດຕົ້ນຕໍໄດ້ສະແດງອອກໃນ 3 ດ້ານຄື:
ໜຶ່ງ, ຜູ້ນຳສູງສຸດຂອງສອງພັກ ສອງລັດໄດ້ຊີ້ນຳ ນຳພາທິດທາງລວມໃຫ້ແກ່ການພົວພັນລະຫວ່າງ ຈີນ ກັບ ສປປ ເກົາຫລີ ຂະຫຍາຍຕົວກ້າວໄປໜ້າພ້ອມກັບຍຸກສະໄໝ.
ສອງ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ ແລະ ການແລກປ່ຽນຢ່າງມີໄມຕີຈິດມິດຕະພາບໃນຂົງເຂດຕ່າງໆ, ເພີ່ມແຮງຂັບເຄື່ອນໃໝ່ໃຫ້ແກ່ພາລະກິດສັງຄົມນິຍົມຂອງສອງປະເທດ.
ສາມ, ກຳເອົາກະແສຟອງແຫ່ງຍຸກສະໄໝ ແລະ ທ່າອ່ຽງລວມຂອງປະຫວັດສາດຢ່າງໜັກແໜ້ນ, ເພີ່ມພະລັງແຮງທາງບວກໃຫ້ແກ່ການສົ່ງເສີມສັນຕິພາບ ແລະ ການພັດທະນາຂອງພາກພື້ນກໍຄືຂອງໂລກ.
ການຢ້ຽມຢາມຄັ້ງນີ້ ຂອງທ່ານ ສີຈິ້ນຜິງ ພໍດີຖືກກັບໂອກາດຄົບຮອບ 65 ປີ ແຫ່ງການລົງນາມ “ສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ຈີນ-ສປປ ເກົາຫລີ”. ໂດຍຜະເຊີນໜ້າກັບສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີທີ່ເລັ່ງຜັນແປໄວຂຶ້ນ ແລະ ສະຖານະການສາກົນ ທີ່ວຸ້ນວາຍສັບສົນ, ຜູ້ນຳສູງສຸດທັງສອງປະເທດໄດ້ຮ່ວມກັນວາງແຜນພັດທະນາ, ຮ່ວມກັນສົ່ງເສີມສັນຕິພາບ, ເພື່ອເພີ່ມເນື້ອໃນໃໝ່ແຫ່ງຍຸກສະໄໝ ແລະ ແຮງຂັບເຄື່ອນອັນເຂັ້ມແຂງເຂົ້າໃນມິດຕະພາບ ຈີນ-ສປປ ເກົາຫລີ ທີ່ມີມູນເຊື້ອ.

