ເນື່ອງໃນໂອກາດ ທີ່ວິທະຍຸ ໂທລະພາບສູນກາງຈີນ (CMG) ຈັດກອງປະຊຸມເວທີປຶກສາຫາລືການປະດິດສ້າງສື່ມວນຊົນທົ່ວໂລກ ຄັ້ງທີ 5, ໂທລະພາບສາກົນຈີນ (CGTN) ໄດ້ຈັດການສຳຫລວດຄວາມຄິດເຫັນ ຂອງຊາວເນັດທົ່ວໂລກ, ຜູ້ຕອບແບບສອບຖາມເຫັນວ່າປັນຍາປະດິດໄດ້ເສີມຂະຫຍາຍບົດບາດໃນການຊຸກຍູ້ນັບມື້ນັບສຳຄັນຕໍ່ການປ່ຽນແປງກຳລັງການຜະລິດຄັ້ງໃໝ່ ຂອງສື່ມວນຊົນ. ໃນການສຳຫລວດ, ຜູ້ຕອບແບບສອບຖາມ 78,2% ເຫັນວ່າ ວິທີລາຍງານຂ່າວໃນຍຸກສື່ອັດສະລິຍະ ໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ. ນອກນີ້, ຜູ້ຕອບແບບສອບຖາມ 71,7% ເຫັນວ່າ: ບົດບາດໃນດ້ານການສືບທອດອະລິຍະທຳ ແລະ ການເຜີຍແຜ່ວັດທະນະທຳ ຂອງສື່ມວນຊົນ ໃນຍຸກອັດສະລິຍະຈະຍົກສູງຂຶ້ນຕື່ມອີກ, ການສື່ສານຂ້າມພາສາ ແລະ ຂ້າມວັດທະນະທຳທີ່ບໍ່ມີສິ່ງກີດຂວາງ, ການປົກປັກຮັກສາພາສາ ແລະ ວັດທະນະທຳທ້ອງຖິ່ນ ທີ່ໃກ້ຈະສູນພັນການປັບປ່ຽນມໍລະດົກວັດທະນະທຳໃຫ້ເປັນດີຈີຕອນ ແລະ ການເລົ່າເລື່ອງດ້ວຍຮູບແບບອັດສະລິຍະຖືກຈັດເປັນ 3 ບົດບາດທຳອິດ ທີ່ຄວາມຫວັງ. ພ້ອມກັນນັ້ນ, ຜູ້ຕອບແບບສອບຖາມກໍ່ມີທ່າທີລະມັດລະວັງ ຕໍ່ຄວາມສ່ຽງທີ່ອາດຈະເກີດຂຶ້ນຈາກເຕັກໂນໂລຊີ ປັນຍາປະດິດຕໍ່ສື່ມວນຊົນ. ໃນນັ້ນ, ຄວາມຖືກຕ້ອງຂອງຂໍ້ມູນຂ່າວສານ, ປັນຍາປະດິດອາດຈະເລັ່ງລັດໃຫ້ຄວາມສາມາດການປະດິດສ້າງຂອງມວນມະນຸດຊຸດໂຊມລົງ ລວມເຖິງການໃຊ້ຂໍ້ມູນສ່ວນຕົວໃນທາງທີ່ຜິດ ຖືກ ຈັດຢູ່ 3 ຄວາມກັງວົນອັນດັບຕົ້ນ. ຜູ້ຕອບແບບສອບຖາມ 95,9% ມີຄວາມເຫັນຄວນຈຳແນກ ແລະ ໃສ່ເຄື່ອງໝາຍຢ່າງຈະແຈ້ງຕໍ່ຜະລິດຕະພັນສື່ທີ່ຜະລິດດ້ວຍເຕັກໂລໂລຊີ ປັນຍາປະດິດ, 92% ຮຽກຮ້ອງໃຫ້ສື່ມວນຊົນ ປັບປຸງກົນໄກການສຳຫລວດຄືນຕໍ່ເນື້ອໃນທີ່ຜະລິດດ້ວຍປັນຍາປະດິດ, 91,1% ຮຽກຮ້ອງໃຫ້ມີກົດໝາຍ ແລະ ລະບຽບການເພື່ອກຳນົດລະບຽບແບບແຜນໃນການນຳໃຊ້ປັນຍາປະດິດໃນສື່ມວນຊົນ ເພື່ອຮັບປະກັນສະພາບແວດລ້ອມ ສື່ມວນຊົນ ທີ່ປອດໃສ ແລະ ຫລາກຫລາຍ. ນອກນີ້, ຍັງມີຜູ້ຕອບແບບສອບຖາມ 77,4% ເຫັນວ່າ: ການເພີ່ມທະວີການຮ່ວມມືສາກົນ ລະຫວ່າງ ສື່ມວນຊົນ ຈະມີຜົນດີໃນການຊ່ວຍກັນຮັບມືກັບສິ່ງທ້າທາຍໃນຍຸກປັນຍາປະດິດ ແລະ ເປັນແນວທາງໃນການສ້າງສະພາບແວດລ້ອມ ສື່ມວນຊົນທົ່ວໂລກ ທີ່ໝັ້ນໜຽວກວ່າເກົ່າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

