Homeຂ່າວຕ່າງປະເທດສປ ຈີນ ສົ່ງອອກລົດພະລັງງານໃໝ່ ເພີ່ມຂຶ້ນສອງເທົ່າ ບັນລຸ 4,2 ແສນຄັນ

ສປ ຈີນ ສົ່ງອອກລົດພະລັງງານໃໝ່ ເພີ່ມຂຶ້ນສອງເທົ່າ ບັນລຸ 4,2 ແສນຄັນ

ສຳນັກຂ່າວ ອິນໂຟເຄວສ: ສະມາຄົມລົດ ສ່ວນບຸກຄົນ ແຫ່ງປະເທດ ຈີນ (CPCA) ເປີດເຜີຍວ່າ: ຈີນ ສົ່ງອອກລົດ ສ່ວບຸກຄົນ ພະລັງງານໃໝ່ (NEV) ລວມທັງໝົດ 424.000 ຄັນ ໃນເດືອນ ພືດສະພາ, ເພີ່ມຂຶ້ນ 112,6% ເມື່ອທຽບໃສ່ ປີກາຍນີ້ ແລະ ເພີ່ມຂຶ້ນ 4,4% ຈາກເດືອນເມສາ ທີ່ຜ່ານມາ. ໂດຍຍອດການສົ່ງອອກ ລົດພະລັງງານໃໝ່ ກວມເອົາ 54,1% ຂອງ ການສົ່ງອອກ ລົດສ່ວນບຸກຄົນ ໄປຕ່າງປະ ເທດທັງໝົດ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ ປີກາຍ ຜ່ານມາ.

ໂດຍລົດໄຟຟ້າ ແບັດເຕີຣີ (BEV) ກວມເອົາ 59,3% ຂອງ ການສົ່ງອອກ ລົດພະລັງງານໃໝ່ ທັງໝົດ, ຫລຸດລົງຈາກ 66,1% ເມື່ອປີກາຍ. ໃນຂະນະທີ່ ລົດໄຟຟ້າ ຂະໜາດນ້ອຍ ປະເພດ A00 ແລະ A0 ກວມເອົາ ອັດຕາສ່ວນ 53,8% ຂອງ ຍອດລົດ ສົ່ງອອກ BEV ທັງໝົດ, ເພີ່ມຂຶ້ນ ຈາກ 50,7% ເມື່ອປີກາຍນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments