ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 10 ມິຖຸນາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສວນຖົ່ວລຽນ ໂຊກໄຊ ບ້ານຫລັກ 28 ເມືອງປາກຊ່ອງ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ, ມີການນໍາພັກ-ລັດ ຈາກສູນ ກາງ, ແຂວງ, ເມືອງປາກຊ່ອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄພວັນ ທໍາມະວົງ ເຈົ້າຂອງສວນຖົ່ວລຽນໂຊກໄຊ ແລະ ທ່ານ ເອລາວັນ ລາດປາກດີ ຄະນະລິເລີ່ມສະມາຄົມທຸລະກິດ ຖົ່ວລຽນລາວ ໄດ້ຜັດປ່ຽນກັນລາຍງານປະຫວັດຄວາມເປັນມາ ແລະ ສະພາບລວມກ່ຽວກັບການເຮັດສວນຖົ່ວລຽນ ຢູ່ບ້ານຫລັກ 28 ໂດຍຍົກໃຫ້ເຫັນສະພາບລວມໃນການປູກຖົ່ວລຽນເປັນສິນຄ້າ ຂອງສວນຖົ່ວລຽນ ໂຊກໄຊ ບ້ານຫລັກ 28, ຍົກໃຫ້ເຫັນເຖິງການຂະຫຍາຍຕົວຂອງພືດເສດຖະກິດ ກໍຄື ໝາກຖົ່ວລຽນ ທີ່ມີທ່າແຮງໃນການສົ່ງອອກ. ສວນຖົ່ວລຽນ ໂຊກໄຊ ເປັນຕົວແບບທີ່ດີໃນການປູກຖົ່ວລຽນທີ່ໄດ້ມາດຕະຖານ, ສາມາດປະກອບສ່ວນໃນການພັດທະນາເສດຖະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດສາກົນ, ມີເນື້ອທີ່ 13 ເຮັກຕາ, ມີຕົ້ນຖົ່ວລຽນປະມານ 2.000 ຕົ້ນ. ໃນນັ້ນ, ພັນໝອນທອງ 1.950 ຕົ້ນ, ພັນມູຊັນຄີງ 10 ຕົ້ນ, ພັນພວງມະນີ 20 ຕົ້ນ ແລະ ພັນນົກກະຈິບ 10 ຕົ້ນ, ຜົນຜະລິດສະເລ່ຍ 100-140 ໂຕນ/ປີ. ປັດຈຸບັນ, ໄດ້ເຂົ້າເປັນສະມາຊິກສະມາຄົມທຸລະກິດຖົ່ວລຽນລາວ ແລະ ມີສັນຍາຊື້-ຂາຍ ກັບ ບໍລິສັດສົ່ງອອກໄປ ສປ ຈີນ ຢ່າງເປັນຮູບປະທຳ, ສ່ວນລາຄາໝາກຖົ່ວລຽນ ແມ່ນຂາຍຕາມເກຣດ ເອ-ດີ. ທົ່ວແຂວງຈໍາປາສັກ ມີເນື້ອທີ່ປູກຖົ່ວລຽນເກືອບ 4.000 ເຮັກ ຕາ, ຄາດຄະເນຜົນຜະລິດປະມານ 16.730 ໂຕນ/ປີ; ກຸ່ມບໍລິສັດສົ່ງອອກ ມີ 6 ບໍລິສັດ ທີ່ຜ່ານການກວດກາຈາກພາສີຈີນ ເພື່ອກະກຽມສົ່ງອອກ, ມີຜົນຜະລິດຄຸນນະພາບສູງປະມານ 3.980 ໂຕນ.

ຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ສວນຖົ່ວລຽນໂຊກໄຊ ທີ່ປູກຖົ່ວລຽນຄຸນນະພາບ ສາມາດສົ່ງອອກໄປ ຕ່າງປະເທດ ໂດຍສະເພາະແມ່ນ ສປ ຈີນ ຊຶ່ງເປັນໃບໜ້າໃບຕາໃຫ້ແກ່ປະເທດຊາດ, ຍ້ອນແນວນັ້ນ, ຕ້ອງຮັກສາມູນເຊື້ອ ແລະ ສືບຕໍ່ຜະລິດໝາກຖົ່ວລຽນທີ່ມີຄຸນນະພາບສູງ, ສະອາດ, ປອດສານພິດ-ສານເຄມີ, ໄດ້ມາດຕະຖານຂອງການສົ່ງອອກ ໂດຍສະເພາະສົ່ງໄປ ສປ ຈີນ ແລະ ຈໍາໜ່າຍພາຍໃນ. ຈາກນັ້ນ, ຕ້ອງປະກອບສ່ວນໃນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ, ເອົາໃຈໃສ່ຂະຫຍາຍພັນຖົ່ວລຽນ ໃຫ້ເປັນພັນເອກະລັກສະເພາະຂອງສວນ. ພ້ອມນີ້, ທ່ານຍັງເນັ້ນໜັກໃຫ້ກະຊວງ, ພະ ແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງຕ້ອງເອົາໃຈໃສ່ໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມ ທາງດ້ານເຕັກນິກວິຊາການ ໃນການບົວລະບັດຮັກສາ ເພື່ອໃຫ້ສວນຖົ່ວລຽນ ໂຊກໄຊ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

