Homeຂ່າວຕ່າງປະເທດປີ 2026 ຄວາມຕ້ອງການຊິບທົ່ວໂລກ ຄາດວ່າຈະເພີ່ມຂຶ້ນ 89.9%

ປີ 2026 ຄວາມຕ້ອງການຊິບທົ່ວໂລກ ຄາດວ່າຈະເພີ່ມຂຶ້ນ 89.9%

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມິຖຸນາ ຜ່ານມາວ່າ: ອົງການສະຖິຕິການຄ້າເຊມິຄອນດັກເຕີໂລກ (WSTS), ສ້າງຕັ້ງຂຶ້ນໂດຍຜູ້ຜະລິດຊິບຊັ້ນນຳ ໄດ້ເປີດເຜີຍບົດລາຍງານການຄາດຄະເນຫຼ້າສຸດວ່າ, ຕະຫຼາດເຊມິຄອນດັກເຕີໂລກ ປີ 2026 ຈະຂະຫຍາຍຕົວ 89.9% ເມື່ອທຽບກັບປີກ່ອນໜ້ານີ້ ແລະ ຈະບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນທີ່ 1.51 ພັນຕື້ໂດລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຂະໜາດໃຫຍ່ຂອງບໍລິສັດຕ່າງໆທົ່ວໂລກ ທ່າມກາງຄວາມຕ້ອງການປັນຍາປະດິດ (AI) ທີ່ເພີ່ມຂຶ້ນຢ່າງໄວວາ. WSTS ໄດ້ປັບປຸງການຄາດຄະເນດັ່ງກ່າວຂຶ້ນຈາກເດີມທີ່ຄາດຄະເນໃນເດືອນທັນວາຜ່ານມາວ່າຈະເຕີບໂຕ 26.3% ເປັນ 975.46 ຕື້ໂດລາ, ໂດຍລະບຸວ່າທ່າອ່ຽງການເພີ່ມຂຶ້ນສ່ວນໃຫຍ່ແມ່ນຍ້ອນການຂະຫຍາຍຕົວຂອງສູນຂໍ້ມູນທີ່ເລັ່ງຂຶ້ນໄວກວ່າທີ່ຄາດໄວ້. ເມື່ອພິຈາລະນາຕາມປະເພດຜະລິດຕະພັນ, ຄວາມຕ້ອງການຊິບໜ່ວຍຄວາມຈຳ ທີ່ໃຊ້ສຳລັບການເກັບຮັກສາຂໍ້ມູນ ຄາດວ່າຈະເພີ່ມຂຶ້ນປະມານ 3.5 ເທົ່າ ເປັນ 803.94 ຕື້ໂດລາ, ໃນຂະນະທີ່ຄວາມຕ້ອງການເຊມິຄອນດັກເຕີໂລຈິກ (Semiconductor logic) ຊຶ່ງເຮັດໜ້າທີ່ເປັນສະໝອງຂອງອຸປະກອນເອເລັກໂຕຣນິກ, ຄາດວ່າຈະເຕີບໂຕ 37.3% ເປັນ 411.37 ຕື້ໂດລາ.

ໃນຂະນະດຽວກັນ, ບໍລິສັດ Kioxia Holdings Corp ຜູ້ຜະລິດຊິບໜ່ວຍຄວາມຈຳຂອງຍີ່ປຸ່ນ ຄາດວ່າກຳໄລສຸດທິຂອງຕົນສຳລັບໄລຍະເດືອນເມສາ ຫາ ເດືອນມິຖຸນາ ຈະເພີ່ມຂຶ້ນຫຼາຍກວ່າ 47 ເທົ່າເມື່ອທຽບກັບປີກ່ອນ. ເມື່ອພິຈາລະນາຕາມພາກພື້ນ, ທະວີບອາເມຣິກາຄາດວ່າຈະມີການເຕີບໂຕສູງສຸດໃນປີ 2026, ໂດຍເພີ່ມຂຶ້ນຫຼາຍກວ່າສອງເທົ່າເປັນ 543.65 ຕື້ໂດລາ. ຮອງລົງມາຄືພາກພື້ນອາຊີ-ປາຊີຟິກ, ເຕີບໂຕ 87.4% ເປັນ 823.90 ຕື້ໂດລາ, ສ່ວນເອີຣົບຄາດວ່າຈະເພີ່ມຂຶ້ນ 58.4% ເປັນ 86.64 ຕື້ໂດລາ ແລະ ຍີ່ປຸ່ນຄາດວ່າຈະເພີ່ມຂຶ້ນ 27.6% ເປັນ 57.05 ຕື້ໂດລາ. ນອກຈາກນັ້ນ, WSTS ຄາດຄະເນວ່າຕະຫຼາດຊິບທົ່ວໂລກຈະບັນລຸປະມານ 1.91 ພັນຕື້ໂດລາພາຍໃນປີ 2027, ເພີ່ມຂຶ້ນ 26.6%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນທີ່ເຂັ້ມແຂງໃນເຕັກໂນໂລຊີທີ່ກ່ຽວຂ້ອງກັບ AI ແລະ ຄວາມຕ້ອງການຢ່າງຕໍ່ເນື່ອງໃນຂະແໜງການອື່ນໆ, ລວມທັງອຸດສາຫະກຳລົດຍົນ.

ສຳລັບຕະຫຼາດຍີ່ປຸ່ນ, WSTS ຄາດວ່າຈະເຕີບໂຕ 18.0% ເປັນ 67.33 ຕື້ໂດລາ. ໃນຂະນະທີ່ທະວີບອາເມຣິກາຄາດວ່າຈະຂະຫຍາຍຕົວ 29.0% ເປັນ 701.44 ຕື້ໂດລາ, ທັງນີ້, ໃນປີ 2025 ຕະຫຼາດຊິບທົ່ວໂລກເຕີບໂຕ 26.2% ບັນລຸ 795.64 ຕື້ໂດລາ, ສ່ວນໃຫຍ່ແມ່ນຂັບເຄື່ອນໂດຍຊິບໜ່ວຍຄວາມຈຳ ແລະ ຊິບ logic ຊຶ່ງໄດ້ຮັບຜົນປະໂຫຍດຈາກການລົງທຶນໃນສູນຂໍ້ມູນເພື່ອຮອງຮັບການໃຊ້ງານ AI ທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments