ໃນໂອກາດ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 (AFF) ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ໃນວັນທີ 7 ມິຖຸນາຜ່ານມາ ໄດ້ມີການພົບປະເຈລະຈາລະຫວ່າງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ສຳນັກງານນາຍົກລັດຖະມົນຕີ.
ພາຍຫຼັງສໍາເລັດການພົບປະ, ສອງທ່ານນາຍົກລັດຖະມົນຕີ ກໍໄດ້ເປັນສັກຂີພິຍານໃນການແລກປ່ຽນຂໍ້ຕົກ ລົງ ວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ ໄລຍະປີ 2026-2030. ຕາງໜ້າໃຫ້ກະຊວງການເງິນ ແຫ່ງ ສປປ ລາວ ໂດຍທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າໃຫ້ກະຊວງການເງິນ ແຫ່ງ ສສ ຫວຽດນາມ ໂດຍທ່ານ ໂງ ວັນ ຕ໋ວນ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ.

ຂໍ້ຕົກລົງດັ່ງກ່າວ, ໄດ້ສ້າງຂຶ້ນບົນພື້ນຖານການສືບທອດ ແລະ ເສີມຂະຫຍາຍບັນດາຜົນສໍາເລັດທີ່ຍາດມາໄດ້ໃນໄລຍະ 2021-2025; ພ້ອມກັນນັ້ນ, ກໍເປັນການຜັນຂະຫຍາຍສັນຍາ ວ່າດ້ວຍການຮ່ວມມືທະວິພາຄີ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃນໄລຍະ 2026-2030 ທີ່ໄດ້ເຊັນໃນວັນທີ 3 ທັນວາ 2025 ຜ່ານມາ. ໂດຍເນັ້ນໃນວຽກງານຂົງເຂດການພັດທະນາຂະແໜງການເງິນ.
ໃນໄລຍະປີ 2021-2025 ຜ່ານມາ, ສອງກະຊວງການເງິນລາວ-ຫວຽດນາມ ໄດ້ມີຜົນສຳເລັດໃນການຮ່ວມມືຈັດຕັ້ງປະຕິບັດໄດ້ທັງໝົດຈຳນວນ 128 ກິດຈະກຳ, ປະກອບເປັນ 162 ຄະນະ, ລວມມີ 842 ເທື່ອຄົນ, ຊຶ່ງໄດ້ປະກອບສ່ວນຊ່ວຍເຫຼືອ ໃນການປັບປຸງປະຕິຮູບຂະແໜງການເງິນໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດຕ່າງໆ.

ສຳລັບແຜນການຮ່ວມມືຂອງສອງຂະແໜງການເງິນໄລຍະປີ 2026-2030 ເພີ່ມທະວີການສົ່ງເສີມການພັດທະເສດຖະກິດ-ການເງິນ ໃຫ້ມີຄວາມທົນທານກັບການປ່ຽນແປງຂອງສະພາບແວດລ້ອມ. ຄຽງຄູ່ກັບຄວາມຍືນຍົງ ແລະ ຮັບປະກັນໃນການເຊື່ອມໂຍງ ເຊື່ອມຈອດກັບສາກົນໄດ້ຢ່າງມີປະສິດທິຜົນຍິ່ງໆຂຶ້ນ ແລະ ຈະເສີມຂະຫຍາຍໃຫ້ມີລັກສະນະຫຼາກຫຼາຍຮູບແບບ ເພື່ອແທດເໝາະກັບຄວາມຕ້ອງການໃນການພັດທະນາຕົວຈິງ, ພ້ອມນັ້ນຈະສືບຕໍ່ບຸລິມະສິດໃນຂົງເຂດການຊ່ວຍສ້າງຄວາມເຂັ້ມແຂງດ້ານກົນໄກ ແລະ ລະບົບງົບປະມານ; ການປັບປຸງເຜີຍແຜ່ບັນດາລະບຽບກົດໝາຍ; ການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງຂະແໜງການເງິນ; ການຄຸ້ມຄອງວຽກງານຊັບສິນແຫ່ງລັດ, ການຄຸ້ມຄອງໜີ້ສິນ, ການຄຸ້ມຄອງວຽກງານພາສີ, ອາກອນ, ຄັງເງິນແຫ່ງລັດ ແລະ ອື່ນໆ. ພ້ອມນັ້ນ, ກໍຈະໄດ້ສ້າງ ແລະ ຍົກລະດັບຄວາມອາດສາມາດຂອງພະນັກງານຂະແໜງການເງິນ ໂດຍຜ່ານສະຖາບັນການສຶກສາກ່ຽວຂ້ອງຢ່າງມີຫຼັກສູດ ແລະ ເປັນລະບົບ.
ນອກນັ້ນ, ຍັງຈະສືບຕໍ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນດ້ານໂຄງລ່າງພື້ນຖານ, ວັດຖຸອຸປະກອນດ້ານວິຊາສະເພາະ ແລະ ການຈັດກິດຈະກຳຕ່າງໆ ເພື່ອພົບປະ, ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືຖອດຖອນບົດຮຽນຮ່ວມກັນ ລະຫວ່າງ ສອງກະຊວງການເງິນລາວ-ຫວຽດນາມຢູ່ຂັ້ນສູນກາງ ແລະ ຂະແໜງການເງິນຢູ່ຂັ້ນທ້ອງຖິ່ນ. ສຳລັບທຶນການສຶກສາ ທີ່ສະໜັບສະໜູນໂດຍກະຊວງການເງິນ ສສ ຫວຽດນາມ ໃຫ້ພະນັກງານຂະ ແໜງການເງິນໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນໄລຍະປີ 2026-2030 ແມ່ນເພີ່ມຈາກ 10 ທຶນ ມາເປັນ 15 ທຶນ ແລະ ເພີ່ມຫົວຂໍ້ແລກປ່ຽນຂອງອົງການຈັດຕັ້ງມະຫາຊົນຂອງທັງສອງຝ່າຍອີກດ້ວຍ.
ແຫຼ່ງຂ່າວ: ກະຊວງການເງິນ

