ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວໄດ້ເດີນ ທາງຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນເປັນເວລາ 5 ວັນ(2-6 ມິຖຸນາ 2026) ຜ່ານມານີ້ ເຊິ່ງ ທ່ານໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຈີນ (ວິທະຍຸໂທລະ ພາບ ສູນກາງຈີນ ຫລື CMG) ທີ່ມີບາງເນື້ອໃນຈິດໃຈສໍາຄັນວ່າຈີນ-ລາວມີສາຍພົວພັນທີ່ເປັນມູນເຊື້ອອັນດີງາມແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ເປັນຄູ່ຮ່ວມ ຊາຕາກໍາລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ພ້ອມຍັງ ກ່າວຊົມເຊີຍ ແລະ ມີຄວາມປະທັບໃຈຕໍ່ “ທ່ານ ປະທານ ສີ ຈິ້ນຜິງ ມີວິໄສທັດທີ່ກວ້າງໄກ, ເປັນຜູ້ນໍາທີ່ມີຈິດໃຈ ໂອບເອື້ອອາລີ, ບໍ່ພຽງແຕ່ ເອົາໃຈໃສ່ ຕໍ່ປະຊາຊົນຈີນເທົ່ານັ້ນ, ແຕ່ຍັງເອົາໃຈໃສ່ຕໍ່ໂລກ ອີກດ້ວຍ. ຫວັງຢາກໃຫ້ໂລກ ມີຄວາມ ກ້ຳເກິ່ງກັນ, ມີສັນຕິພາບ, ຄວາມສະຫງົບ, ມີການຮ່ວມມືທີ່ດີນຳກັນໂດຍ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ”.
ສື່ມວນຊົນຈີນໄດ້ຍາດເວລາທີ່ມີຄວາມໝາຍສໍາຄັນສໍາພາດ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີເນື້ອໃນສໍາຄັນດັ່ງນີ້: 1). ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດລາວ ພ້ອມດ້ວຍ ຄະນະໄດ້ເດີນທາງໄປຢ້ຽມຢາມບ້ານ ຢີວຊຸ່ນ ທີ່ເປັນບ່ອນກຳເນີດແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ເພື່ອສຳຜັດຕົວຈິງການພັດທະນາ ຕາມທິດສີຂຽວຂອງຈີນ. ໃນເວລາຢ້ຽມຢາມ, ທ່ານ ທອງລຸນ ສີສຸລິດ ໄດ້ເວົ້າເຖິງຄວາມເປັນຫ່ວງໃນໃຈຂອງຕົນຄື:ປະຊາຊົນລາວຍັງບໍ່ສາມາດຫລຸດພົ້ນອອກ ຈາກຄວາມທຸກຍາກໄດ້ເທື່ອ. ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ຂ້າພະເຈົ້າເຄີຍໄປຢ້ຽມຢາມເຂດໜຶ່ງຂອງຈີນທີ່ສະຫາຍ ສີ ຈິ້ນຜິງ ເຄີຍຊີ້ນຳໃຫ້ມີຂະບວນການລຶບລ້າງຄວາມທຸກຍາກ. ການຢ້ຽມຢາມຄັ້ງນັ້ນ, ຂ້າພະເຈົ້າຖອດ ຖອນບົດຮຽນໄດ້ວ່າ: ການວາງນະໂຍບາຍທີ່ງ່າຍດາຍ ແຕ່ວ່າໜັກແໜ້ນໂດຍບໍ່ໃຫ້ປະຊາ ຊົນມີສອງສິ່ງກັງວົນ ຄື: ບໍ່ໃຫ້ກັງວົນຕໍ່ການນຸ່ງຖື ແລະ ບໍ່ໃຫ້ກັງວົນຕໍ່ອາຫານການກິນ; ສາມຮັບປະກັນ ຄື: ຮັບປະກັນໃຫ້ມີເຮືອນຢູ່, ຮັບປະກັນໃຫ້ມີເງິນໃຊ້, ໃຫ້ລູກຫລານ ເຂົ້າ ໂຮງຮຽນ ແລະ ຮັບປະກັນໃຫ້ມີຢາປິ່ນປົວໃນເວລາເຈັບເປັນ ເຊິ່ງຈີນເຮັດໄດ້ໝົດແລ້ວ. ພວກເຮົາໄດ້ກຳນົດເປົ້າໝາຍໄວ້ແລ້ວວ່າ: ເມື່ອຮອດການສະຫລອງຮ້ອຍປີຂອງການ ສ້າງຕັ້ງພັກປະຊາຊົນປະຕິວັດລາວ (ປີ 2055), ປະເທດ ລາວຈະມີໃບໜ້າໃໝ່, ຄວາມທຸກຍາກຂອງປະຊາຊົນລາວຈະໄດ້ຮັບການແກ້ໄຂ.
2). ລາວ-ຈີນຈະລົງເລິກການປະສານງານເພື່ອສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃນປີ ເລີ່ມຈັດຕັ້ງປະຕິບັດແຜນການ 5 ປີຂອງສອງປະເທດ, ປີ 2026 ນີ້ເປັນປີທີ່ຈີນ ເລີ່ມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ແລະ ເປັນປີທີ່ລາວເລີ່ມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ເຊິ່ງ ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ສອງຝ່າຍຈະປຶກສາຫາລື ແລະ ປະສານງານກັນ ເພື່ອເຮັດໃຫ້ບົດຮຽນທີ່ດີຂອງຈີນສາມາດນຳໄປປັບໃຊ້ໄດ້ຢູ່ລາວໃນການພັດທະນາປະເທດຂອງຕົນ, ເຮັດໃຫ້ການປະຕິບັດແຜນ 5 ປີຄັ້ງທີ 10 ຂອງລາວໄດ້ຮັບການຈັດຕັ້ງປະຕິບັດຕາມຄາດໝາຍ. ທ່ານກ່າວເນັ້ນວ່າ: ຈີນຍາມໃດກໍສືບຕໍ່ສະໜັບສະໜູນຊ່ວຍເຫລືອ ລາວທາງດ້ານທຶນຮອນ, ທາງດ້ານວິຊາການ, ທາງດ້ານບົດຮຽນໃນການພັດທະນາ ແລະ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ. ສະຫາຍຈີນ ຍາມ ໃດກໍເອົາໃຈໃສ່, ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນລາວຕະຫລອດມາ. ພວກເຮົາ ຈະປະສານກັນ, ຊ່ວຍເຫລືອເຊິ່ງກັນແລະກັນ, ນີ້ເປັນທິດທາງທີ່ບໍ່ມີການປ່ຽນແປງ.
3).ເສັ້ນທາງລົດໄຟລາວ-ຈີນເຮັດໃຫ້ຄວາມໃຝ່ຝັນຂອງປະຊາຊົນລາວກາຍເປັນຄວາມ ຈິງ, ນັບແຕ່ວັນທີ 3 ທັນວາ 2021, ເສັ້ນທາງລົດໄຟດັ່ງກ່າວ ໄດ້ເປີດໃຫ້ບໍລິການຢ່າງເປັນ ທາງການ ເຊິ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ປະເທດລາວ ໃນການຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ. ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນໄດ້ກາຍເປັນ “ເສັ້ນທາງເງິນເສັ້ນທາງຄຳ”, ໄດ້ປ່ຽນ ແປງໃບໜ້າຂອງປະເທດລາວຢ່າງຮອບດ້ານ. ຫລັງຈາກເສັ້ນທາງສາຍ ນີ້ເປີດບໍລິການ ແລ້ວ, ຈຳນວນການຂົນສົ່ງຜູ້ໂດຍສານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສິນຄ້າຂອງລາວໄດ້ຮັບ ການຂົນສົ່ງໄປຈີນ ແລະ ປະເທດອື່ນໆ, ມີຜູ້ໂດຍສານນັບມື້ນັບຫລາຍມາຂີ່ລົດໄຟລາວ. ທ່ານເນັ້ນໜັກວ່າ: ເສັ້ນທາງລົດໄຟລາວ-ຈີນໄດ້ປ່ຽນແປງໃບໜ້າຂອງ ລາວຢ່າງຫລວງ ຫລາຍ ເຊິ່ງໄດ້ປະກອບສ່ວນທີ່ແທ້ຈິງເຂົ້າໃນການພັດທະນາຂອງປະເທດລາວ.
4). ຫວນຄືນເລື່ອງລາວໃນອະດີດກ່ຽວກັບໂຮງຮຽນ 67 ຊອກຫາແຫລ່ງມິດຕະພາບ ອັນເປັນ ມູນເຊື້ອລະຫວ່າງລາວ-ຈີນ.
ໃນຊຸມປີ 1960, ທ່ານ ທອງລຸນ ສີສຸລິດ ທີ່ເປັນຄູສອນໄວໜຸ່ມໃນເວລານັ້ນ ໄດ້ສົ່ງນັກຮຽນລາວ 500 ກວ່າຄົນໄປສຶກສາຢູ່ຈີນ. ເມື່ອເວົ້າເຖິງມິດຕະພາບອັນເປັນມູນເຊື້ອດີງາມລະຫວ່າງລາວ-ຈີນ, ທ່ານກ່າວວ່າ: ປະສົບການໃນຕອນນັ້ນເຮັດໃຫ້ຕົນເອງຮັບຮູ້ຢ່າງເລິກເຊິ່ງວ່າ: ພັກຄອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວມີອຸດົມການຮ່ວມກັນ, ສາຍພົວພັນການຮ່ວມມືທີ່ດີລະຫວ່າງສອງພັກສອງລັດ ມີປະຫວັດຄວາມເປັນມາທີ່ຍາວນານ ແລະ ຈະຂະຫຍາຍຕົວຢ່າງຕໍ່ເນື່ອງ. ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໝັ້ນຄົງຍາວນານ ແລະ ຕົກລົງສ້າງຄູ່ຮ່ວມຊາຕາກຳລາວ-ຈີນຕາມທິດ 4 ດີ. ສອງຝ່າຍມີຄວາມ ເຂົ້າໃຈ ຢ່າງເລິກເຊິ່ງ ກໍຈະມີຜົນດີຕໍ່ສອງປະເທດໃນການພັດທະນາກ້າວໄປຂ້າງໜ້າ ຕາມເສັ້ນ ທາງສັງຄົມນິຍົມ.
5). ເມື່ອເວົ້າເຖິງ ທ່ານປະທານ ສີ ຈິ້ນຜິງ: ທ່ານ ທອງລຸນ ສີສຸລິດ ກ່າວຊົມເຊີຍ ແລະ ປະທັບໃຈວ່າ, ທ່ານປະທານ ສີ ຈິ້ນຜິງ ມີວິໄສທັດທີ່ກວ້າງໄກ ເປັນຜູ້ນໍາທີ່ມີ ຄວາມໂອບເອື້ອອາລີ, ບໍ່ພຽງແຕ່ເອົາໃຈໃສ່ຕໍ່ປະຊາຊົນຈີນເທົ່ານັ້ນ, ແຕ່ຍັງເອົາໃຈໃສ່ຕໍ່ ໂລກອີກດ້ວຍ. ຫວັງຢາກໃຫ້ໂລກ ມີຄວາມ ກ້ຳເກິ່ງກັນ, ມີສັນຕິພາບ, ຄວາມສະຫງົບ ແລະ ຢາກໃຫ້ໂລກມີການຮ່ວມ ມືທີ່ດີນຳກັນໂດຍ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ເຄົານັບຖືເຊິ່ງກັນແລະກັນ. ທ່ານກ່າວຕື່ມວ່າ, ທັງໝົດ ເຫລົ່ານີ້ໄດ້ ສະແດງອອກໃນຂໍ້ລິເລີ່ມຕ່າງໆທີ່ສະເໜີໂດຍທ່ານປະທານ ສີ ຈິ້ນຜິງ, ທ່ານ ທອງລຸນ ສີສຸລິດ ກໍເຄີຍອ່ານຂໍ້ລິເລີ່ມເຫລົ່ານີ້ໝົດແລ້ວ.
6). ທ່ານ ທອງລຸນ ສີສຸລິດ: ລາວສະໜັບສະໜູນ 4 ຂໍ້ລິເລີ່ມທົ່ວໂລກທີ່ສະເໜີໂດຍຈີນ ເມື່ອເວົ້າເຖິງ 4 ຂໍ້ລິເລີ່ມທົ່ວໂລກທີ່ສະເໜີໂດຍທ່ານປະທານ ສີ ຈິ້ນຜິງ, ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ຂໍ້ລິເລີ່ມເຫຼົ່ານີ້ໄດ້ເນັ້ນໜັກໃຫ້ປະເທດຕ່າງໆ ບໍ່ວ່າປະເທດໃຫຍ່ຫຼືນ້ອຍ ຄວນປະຕິບັດຕໍ່ກັນຢ່າງສະເໝີພາບ, ເຄົາລົບເຊິ່ງກັນແລະກັນ, ຄັດຄ້ານການໃຊ້ມະຫາອຳນາດ, ຍຶດໝັ້ນເສັ້ນທາງໂລກາພິວັດ, ຄັດຄ້ານລັດທິຝ່າຍດຽວ, ສົ່ງເສີມລັດທິຫຼາຍຝ່າຍ ແລະ ສົ່ງເສີມໂລກຫຼາຍຂົ້ວໂດຍຜ່ານການປຶກສາຫາລືກັນ. ທ່ານ ທອງລຸນ ສີສຸລິດ ຊີ້ອອກວ່າ: ລາວຈະສະໜັບສະໜູນຂໍ້ລິເລີ່ມທົ່ວໂລກ ດັ່ງກ່າວຢ່າງສະເໝີ ຕົ້ນສະເໝີປາຍ.
7). ທ່ານ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເນື້ອໃນບາງຕອນວ່າ: ເມື່ອເວົ້າເຖິງບົດນິພົນຂອງ ທ່ານ ສີ ຈິ້ນຜິງ, ເຊິ່ງໄດ້ອ່ານປື້ມປະມວນບົດນິພົນຫລາຍຫົວ ລວມທັງ “ສີ ຈິ້ນຜິງ: ແນວຄິດການບໍລິຫານປະເທດ” ເທື່ອແລ້ວເທື່ອອີກ. ທ່ານກ່າວຕື່ມວ່າ, ບົດນິພົນເຫລົ່ານີ້ເຮັດໃຫ້ຕົນຮູ້ສຶກປະທັບໃຈຫລາຍ, ສາມາດຮຽນຮູ້ແນວຄິດການບໍລິ ຫານປະເທດຂອງທ່ານປະທານ ສີ ຈິ້ນຜິງ”.

ຫວ່າງບໍ່ດົນມານີ້, ສາລະຄະດີເລື່ອງ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີ ຈິ້ນຜິງ” ແລະ ອື່ນໆໄດ້ເລີ່ມອອກອາກາດຢູ່ລາວ: ທ່ານ ທອງລຸນ ສີສຸລິດ ກ່າວວ່າ, ຄວາມສາມາດຂອງ ທ່ານ ສີ ຈິ້ນຜິງ ໃນການບໍລິຫານປະເທດ ແລະ ບໍລິຫານວຽກງານ ທີ່ສຳຄັນຕ່າງໆເຮັດໃຫ້ຄົນທັງຫລາຍຮູ້ສຶກປະທັບໃຈເປັນຢ່າງຍິ່ງ, ມີຄວາມສາມາດໃນ ການນຳພາທີ່ເຂັ້ມແຂງ, ມີວິໄສທັດກວ້າງໄກ, ຖືເປັນເສົາຄ້ຳໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກທີ່ພວມວຸ້ນວາຍໃນປັດຈຸບັນ. ທ່ານ ທອງລຸນ ສີສຸລິດ ກ່າວຕື່ມວ່າ, ຕົນເຄີຍອ່ານ ແລະ ສຶກສາແນວຄິດສຳຄັນຂອງ ທ່ານ ສີ ຈິ້ນຜິງ ກ່ຽວກັບການສ້າງ ສາວັດທະນະທຳເຫັນວ່າ ທ່ານປະທານ ສີ ຈິ້ນຜິງ ມີຄວາມເອົາໃຈໃສ່ຢ່າງສະເໝີ ຕົ້ນສະເໝີປາຍໃນດ້ານການຮັກສາມູນມໍລະດົກວັດທະນະທຳຂອງປະເທດຈີນ ແລະ ຊົນຊາດຈີນ, ເຊິ່ງເປັນສິ່ງທີ່ຫາຍາກ. ທ່ານອວຍພອນໃຫ້ຈີນສືບຕໍ່ສົ່ງເສີມວຽກງານ ສຳຄັນດັ່ງກ່າວ, ເຮັດໃຫ້ຊາວຈີນທຸກຮຸ່ນຄົນອະນຸລັກ ແລະ ສືບທອດວັດທະນະທຳ ທີ່ເປັນມູນເຊື້ອອັນດີງາມໃຫ້ດີ.
9). ວັນທີ 25 ເມສາ 2026, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວໄດ້ສົ່ງສານຊົມເຊີຍຕໍ່ກັນເພື່ອສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 65 ປີ. ຕະຫລອດ ໄລຍະ 65 ປີມານີ້, ສອງປະເທດຍຶດໝັ້ນຈິດໃຈ 4 ດີ ຄື: “ເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ”, ຖືເປັນຫລັກການຊີ້ນຳແກນກາງ ຂອງການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ວັນທີ 2 ມິຖຸນາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເດີນທາງເຖິງນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງ ເຊິ່ງເລີ່ມຢ້ຽມຢາມຈີນທາງລັດຖະກິດເປັນເວລາ 5 ວັນ. ນີ້ແມ່ນ ການເດີນທາງມາຢ້ຽມຢາມຈີນອີກຄັ້ງໃນຮອບ 9 ເດືອນຜ່ານມານັບແຕ່ການຢ້ຽມຢາມ ຈີນໃນເດືອນກັນຍາປີ 2025 ເປັນຕົ້ນມາ. ໃນການຢ້ຽມຢາມດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ໄດ້ນຳພາຄະນະຜູ້ແທນລາວໄປຢ້ຽມຢາມວິສາຫະກິດນະວັດຕະກຳວິທະຍາສາດເຕັກໂນໂລຊີຂອງນະຄອນຫາງໂຈ່ວ ເພື່ອສຶກສາ ແລະ ຕິດຕາມການພັດທະນາອຸດສາ ຫະກຳ ດິຈິຕອນ ແລະ ອັດສະລິຍະຂອງຈີນ, ແລະ ອື່ນໆ.
ພາຍຫລັງສໍາເລັດການພົບປະລະຫວ່າງເລຂາທິການໃຫຍ່, ປະທານປະເທດຂອງສອງ ພັກ, ສອງລັດ ລາວ-ຈີນ: ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນກໍໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມ ເອກະສານການຮ່ວມມືສໍາຄັນ ສອງຝ່າຍຈໍານວນ 32 ສະບັບ ເຊິ່ງກວມເອົາ ຂົງເຂດການຮ່ວມ ມືລະຫວ່າງບັນດາອົງການອ້ອມຂ້າງສູນກາງພັກຂອງສອງ ພັກລາວ-ຈີນ, ເສດຖະກິດ, ການຄ້າ, ການເງິນ, ການລົງທຶນ, ພະລັງງານ, ກະສິກໍາ, ວັດທະນະທໍາ, ການພັດທະນາຊັບພະຍາກອນມະນຸດ ແລະ ໜັງສືມອບ-ຮັບບັນດາໂຄງການຊ່ວຍເຫລືອຈາກ ສປ ຈີນ. ພ້ອມນັ້ນ, ສອງຝ່າຍຍັງໄດ້ອອກ “ຖະແຫລງການຮ່ວມລະຫວ່າງ ສປປ ລາວ ແລະ ສປ ຈີນວ່າດ້ວຍ ການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ເຊິ່ງຖືເປັນໝາກຜົນລວມຍອດຂອງການຢ້ຽມຢາມລັດຖະກິດ ສປ ຈີນ ໃນຄັ້ງນີ້.
ໂດຍ: ເກີດຂວັນໃຈ ມາລີຈັນສີ

