Homeຂ່າວຕ່າງປະເທດວັນສາກົນແຫ່ງການສົນທະນາ ລະຫວ່າງ ອະລິຍະທຳ ປີ2026

ວັນສາກົນແຫ່ງການສົນທະນາ ລະຫວ່າງ ອະລິຍະທຳ ປີ2026

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 8 ມິຖຸນານີ້, ເນື່ອງໃນໂອກາດ “ວັນສາກົນ ແຫ່ງການສົນທະນາ ລະຫວ່າງ ອະລິຍະທຳ” ປີ 2026 ວຽນມາ ເຖິງ, ທ່ານ ວາງຢີ້ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ກ່າວຄຳປາໄສວ່າ: ການສ້າງ ຕັ້ງ “ວັນສາກົນ ແຫ່ງການສົນທະນາ ລະຫວ່າງ ອະລິຍະທຳ” ແມ່ນມາດຕະ ການ ສຳຄັນ ເພື່ອຈັດຕັ້ງປະຕິບັດ ຂໍ້ລິເລີ່ມອາລິຍະທຳ ທົ່ວໂລກ.

ສປ ຈີນ ມີຄວາມເຫັນໃຫ້ຊຸກຍູ້ ການສົນທະນາ ລະຫວ່າງ ອະລິຍະທຳ ໃນ 4 ດ້ານ ຄື: ໜຶ່ງ ຕ້ອງຍຶດໝັ້ນ ການເຄົາລົບເຊິ່ງກັນ ແລະ ກັນ, ຊຸກຍູ້ໃຫ້ ອະລິ ຍະທຳ ທີ່ແຕກຕ່າງກັນ ສາມາດ ຢູ່ຮ່ວມກັນ ຢ່າງປອງດອງ. ສອງ ຕ້ອງຍຶດໝັ້ນ ໃນການຖືຄົນ ເປັນກົກ ເພື່ອສ້າງຮາກຖານໃຫ້ແກ່ ການແລກປ່ຽນທາງ ອະລິຍະທຳ. ສາມ ຕ້ອງຍຶດໝັ້ນ ໃນການສືບທອດ ແລະ ປະດິດສ້າງ, ເພີ່ມ ທະວີ ກຳລັງແຮງດ້ານຄວາມກ້າວໜ້າ ຂອງອະລິຍະທຳ. ສີ່ ຕ້ອງຍຶດໝັ້ນ ການແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະກັນ ແລະ ປັບປຸງ ກົນໄກ ການສົນທະນາ ລະຫວ່າງ ອະລິຍະທຳ ໃຫ້ສົມບູນກວ່າເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments