Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ທີ່ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ທີ່ ສສ ຫວຽດນາມ

ໂດຍການຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເລ ມີງ ຮຶງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 (3rd ASEAN Future Forum) ພາຍໃຕ້ຄໍາຂວັນ “ການ ສ້າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນເປັນແກນກາງ” ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 9-10 ມິຖຸນາ 2026 ທີ່ຮ່າໂນ້ຍ ສສ ຫວຽດນາມ.

ກອງປະຊຸມເວທີອະນາຄົດອາຊຽນ ໄດ້ຈັດຕິດຕໍ່ກັນເປັນປີທີ 3 ເພື່ອສືບຕໍ່ປຶກສາຫາລືບັນຫາພົ້ນເດັ່ນ ທີ່ສົ່ງ ຜົນກະທົບຕໍ່ພາກພື້ນ ແລະ ສາກົນ, ລວມເຖິງກະລາໂອກາດ ແລະ ສິ່ງທ້າທາຍທີ່ອາຊຽນ ກຳລັງປະສົບພົບພໍ້ຢູ່ໃນ ປັດຈຸບັນ, ລະດົມແນວຄວາມຄິດ ແລະ ກິດຈະກຳ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມເຂັ້ມແຂງ ແລະ ຄວາມ ເປັນແກນກາງຂອງອາຊຽນ ຊຶ່ງຈະເປັນການປະກອບສ່ວນໃນການບັນລຸເປົ້າໝາຍ ວິໄສທັດປະຊາຄົມອາຊຽນ 2045 ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ໂດຍປີ່ນອ້ອມ ຫົວຂໍ້ຕ່າງໆຄື: ຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃນທ່າມກາງການປ່ຽນແປງຂອງໂລກ; ການສົ່ງເສີມຂໍ້ແພຸຝລິເລີ່ມຂອງອາ ຊຽນ ໃນການຕ້ານຂໍ້ຂັດແຍ່ງ; ການນຳໃຊ້ປັນຍາປະດິດໃນອາຊຽນ: ບໍ່ຖິ້ມໃຜໄວ້ທາງຫລັງ; ຮູບແບບການພັດທະນາ ໃນທ່າມກາງການປ່ຽນແປງຂອງໂລກ ແລະ ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ໃນສະພາບການໃໝ່.

ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດກ່າວຄໍາເຫັນໃນພິທີເປີດ ກອງປະຊຸມດັ່ງກ່າວໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2026 ຮ່ວມກັບນາຍົກລັດຖະມົນຕີຫວຽດນາມ, ນາຍົກລັດ ຖະມົນຕີກຳປູເຈຍ, ນາຍົກລັດຖະມົນຕີໄທ, ນາຍົກລັດຖະມົນຕີ ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນ ກ່ຽວກັບວິໄສທັດສຳລັບອະນາຄົດຂອງ ປະຊາຄົມອາຊຽນ. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຄວາມຈຳເປັນ ໃນການສືບຕໍ່ຮັກສາຄວາມສາມັກຄີພາຍໃນອາຊຽນ ແລະ ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ເພື່ອກຽມ ພ້ອມຮັບມືກັບສິ່ງທ້າທາຍຕ່າງໆ ໃນສະພາບທີ່ຫລາຍພາກພື້ນໃນໂລກ ຍັງສືບຕໍ່ຜັນແປຢ່າງໄວວາ ອັນໄດ້ສົ່ງຜົນກະ ທົບຕໍ່ຄວາມໝັ້ນຄົງດ້ານພະລັງງານ ແລະ ການຮັບປະກັນສະບຽງອາຫານຂອງໂລກ; ຍົກສູງຄວາມເຂັ້ມແຂງຂອງ ອາຊຽນຢ່າງຮອບດ້ານ ໂດຍການພັດທະນາດ້ານເຕັກໂນໂລຊີ, ດີຈິຕອນ, ປັນຍາປະດິດ ໂດຍໝູນໃຊ້ເຂົ້າໃນຂົງເຂດ ການຮ່ວມມືດ້ານກະສິກຳ ແລະ ການພັດທະນາກະສິກຳອັດສະລິຍະ ຊຶ່ງຈະປະກອບສ່ວນເຂົ້າໃນການຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານໃນອະນາຄົດ; ເພີ່ມທະວີການຮ່ວມມືດ້ານການເຊື່ອມໂຍງ-ເຊື່ອມຈອດຢ່າງຮອບ ດ້ານ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ຮັບປະກັນໃຫ້ແກ່ການສະໜອງຕ່ອງໂສ້ການຜະລິດ ແລະ ເພີ່ມທະວີການຮ່ວມມືພາຍໃນອາຊຽນ ໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຢ້ຽມຢາມທາງການ ເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນກັບ ສສ ຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments