Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ພົບປະກັບຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານຫລຸດຜ່ອນອາວຸດ

ຮອງນາຍົກລັດຖະມົນຕີ ພົບປະກັບຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານຫລຸດຜ່ອນອາວຸດ

ໃນວັນທີ 9 ມິຖຸນາ 2026 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນຖານະປະທານ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ໄດ້ພົບປະສອງຝ່າຍ ກັບ ທ່ານ ນາງ ອິຊຶມິ ນະກະມິດຊຶ (Ms. Izumi NAKAMITSU) ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສະ ຫະປະຊາຊາດ (ສປຊ) ດ້ານວຽກງານການຫລຸດຜ່ອນອາວຸດ (UNODA), ໃນໂອກາດຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ຢູ່ ສສ ຫວຽດນາມ.

ໃນການພົບປະຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຍິນດີ ທີ່ໄດ້ພົບ ປະກັບ ທ່ານ ນາງ ອິຊຶມິ ນະກະມິດຊຶ ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານວຽກງານ ຫລຸດຜ່ອນ ອາວຸດ ແລະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ອົງການ ສປຊ ທີ່ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດ ກັບ ສປປ ລາວ ໃນການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍ ການເກືອບຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນເດືອນກັນຍາ 2026 ຈະມາເຖິງນີ້. ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບ ຄວາມຄືບໜ້າຂອງການກະກຽມ ຈັດກອງປະຊຸມ ດັ່ງກ່າວ ແລະ ໄດ້ເນັ້ນວ່າ ປະເທດລາວເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ຢ່າງໜັກໜ່ວງທີ່ ສຸດ. ສະນັ້ນ, ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນຢ່າງສູງ ເພື່ອເຮັດໃຫ້ການຈັດກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງ ຈົບງາມ, ທັງເປັນການເສີມຂະຫຍາຍຈຸດປະສົງທາງດ້ານມະນຸດສະທໍາຂອງສົນທິສັນຍາດັ່ງກ່າວ, ພ້ອມທັງຖືໂອກາດ ນີ້ໄດ້ສົ່ງຄໍາເຊື້ອເຊີນຂອງ ສປປ ລາວ ເຖິງ ທ່ານ ອັນໂຕນີໂອ ກູເຕີເຣສ (H.E. Mr. Antonio Guterres), ເລຂາທິການໃຫຍ່ ອົງການ ສປຊ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມທັງສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການກະກຽມຄວາມພ້ອມຮອບດ້ານ ເພື່ອເປັນເຈົ້າພາບຈັດກອງປະຊຸມສໍາຄັນຄັ້ງນີ້ ໃຫ້ໄດ້ຮັບຜົນສໍາ ເລັດ ຕາມລະດັບຄາດໝາຍ ເປັນຕົ້ນ ການຊຸກຍູ້ການເຂົ້າຮ່ວມຂອງ ຄະນະຜູ້ແທນຂັ້ນສູງຈາກປະເທດສະມາຊິກ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ ແລະ ອົງການກ່ຽວຂ້ອງອື່ນໆ, ການສະໜັບສະໜູນການຮັບຮອງເອົາເອ ກະສານສໍາຄັນຂອງກອງປະຊຸມ, ການຮັບປະກັນດ້ານສາທາລະນະສຸກ ແລະ ການປະສານງານເພື່ອຕອບໂຕ້ເຫດ ການສຸກເສີນ, ລວມທັງການສະໜັບສະໜູນທາງດ້ານວິຊາການ ແລະ ການໃຫ້ຄໍາແນະນໍາດ້ານຕ່າງໆ.

ໃນຂະນະດຽວກັນ, ທ່ານ ນາງ ອິຊຶມິ ນະກະມິດຊຶ ກໍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ທ່ານ ທອງສະຫວັນ ພົມວິຫານ, ພ້ອມທັງ ໄດ້ຢືນຢັນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ແລະ ບັນດາກິດຈະກໍາປິ່ນອ້ອມ ໃຫ້ໄດ້ຮັບຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments