ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ປີ 2026 ນີ້ ເປັນປີທີ່ລາວ ແລະ ຈີນ ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ ເປັນປີມິດຕະພາບ ລາວ-ຈີນ. ເນື່ອງໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດ ສປ ຈີນ ເຊິ່ງສະຖານທີ່ຢ້ຽມຢາມ ລວມມີວິສາຫະກິດດ້ານວິທະຍາສາດເຕັກໂນໂລຊີ ຢູ່ນະຄອນຫາງໂຈ່ວ, ບ້ານຢູ ເມືອງອ່ານຈີ, ໂຮງຮຽນພັກສູນກາງພັກກອມມູນິດຈີນ ຫລື ສະຖາບັນການປົກຄອງແຫ່ງຊາດຈີນ ເປັນຕົ້ນ.
ເມື່ອເດີນທາງຮອດນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງຈີນ, ທ່ານ ທອງລຸນ ສີສຸລິດໄດ້ໄປຢ້ຽມຢາມບໍລິສັດ Alibaba ແລະ ບໍລິສັດ DEEP Robitics ເຊິ່ງເປັນການເປີດທາງໃຫ້ແກ່ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ ແລະ ດີຈີຕອນ ລະຫວ່າງ ລາວ ກັບ ຈີນ ໂດຍມີຈຸດປະສົງເພື່ອຖອດຖອນບົດຮຽນດ້ານການຄ້າເອເລັກໂຕຣນິກ ແລະ ການຜະລິດດ້ານປັນຍາປະດິດຂອງຈີນ ເຊັ່ນ: ການຮ່ວມກັນສ້າງເຂດນິຄົມອຸດສາຫະກຳດີຈີຕອນຂ້າມຊາດ, ການຈຳໜ່າຍສິນຄ້າກະສິກຳທາງອອນລາຍ ແລະ ອື່ນໆ ເພື່ອສ້າງຊ່ອງທາງໃໝ່ແຫ່ງການຮ່ວມມື ລາວ-ຈີນ ໃນດ້ານເສດຖະກິດການຄ້າ.

ບ້ານຢູ ເມືອງອ່ານຈີ ເປັນຈຸດໝາຍປາຍທາງທີ່ສຳຄັນ ກ່ຽວກັບການພັດທະນາສີຂຽວ. ທ່ານ ທອງລຸນ ສີສຸລິດ ໄດ້ຖ່າຍຮູບຢູ່ຕໍ່ໜ້າແຜ່ນຫີນຈາກລຶກ ທີ່ຂຽນວ່າ “ພູຂຽວນ້ຳໃສ່ກໍແມ່ນພູເງິນພູຄຳ”. ນອກນີ້, ຍັງໄດ້ໄປຢ້ຽມຢາມ ຫໍວາງສະແດງອຸດສາຫະກຳໄມ້ໄຜ່ ແລະ ເຮືອນພັກຊົນນະບົດ, ພ້ອມທັງສອບຖາມຢ່າງລະອຽດກ່ຽວກັບຊ່ອງທາງການພັດທະນາ ຈາກການຢຸດຕິການຂຸດຄົ້ນບໍ່ແຮ່ ຮອດການສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ ດ້ວຍສິ່ງແວດລ້ອມນິເວດທີ່ດີ. ພວກເຮົາ ກໍຮູ້ແລ້ວວ່າ: ລາວ ມີຊັບພະຍາກອນທີ່ອຸດົມສົມບູນໃນດ້ານປ່າໄມ້, ໄມ້ໄຜ່ ແລະ ພະລັງງານໄຟຟ້ານ້ຳຕົກ, ການຄົ້ນຫາການພັດທະນາອຸດສາຫະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຄວາມຕ້ອງການຂອງການພັດທະນາໃນປະເທດຕົນ. ບ້ານຢູ ເມືອງອ່ານຈີຂອງຈີນ ທີ່ຫັນປ່ຽນຈາກການດຳລົງຊີວິດໂດຍອາໄສທຳມະຊາດເປັນຕົ້ນຕໍ ກາຍເປັນການສ້າງຄວາມຮັ່ງມີດ້ວຍການບຳລຸງຮັກສາທຳມະຊາດນັ້ນ ໄດ້ສ້າງແບບຢ່າງທີ່ດີ ໃຫ້ແກ່ການພັດທະນາສີຂຽວຂອງລາວ.
ຫລັງຈາກເດີນທາງມາຮອດນະຄອນຫລວງປັກກິ່ງ, ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມໂຮງຮຽນພັກສູນກາງ ຫລື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈີນ ເຊິ່ງເປັນສະຖານທີ່ ທີ່ທ່ານ ເຄີຍມາຮຽນ, ໄດ້ກັບຄືນໂຮງຮຽນ ເພື່ອຢ້ຽມຢາມຫໍພັກທີ່ຕົນເຄີຍພັກເຊົາຢູ່ ແລະ ອາຈານ ທີ່ເຄີຍສິດສອນທ່ານ ພ້ອມທັງໄດ້ແລກປ່ຽນບົດຮຽນໃນດ້ານການບໍລິຫານປະເທດກັບນັກສຶກສາຂອງລາວ.

ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ເປັນລະບອບສັງຄົມນິຍົມ, ການຖອດຖອນບົດຮຽນ ແລະ ການແລກປ່ຽນດ້ານການບໍລິຫານປະເທດ ເປັນມູນເຊື້ອ ລະຫວ່າງ ສອງປະເທດ. ໃນໄລຍະຜ່ານມາ, ຈີນ ໄດ້ແບ່ງປັນບົດຮຽນດ້ານການສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ຊົນນະບົດ, ການຄຸ້ມຄອງຂັ້ນຮາກຖານ ແລະ ອື່ນໆ ກັບລາວ, ສ່ວນ ລາວ ກໍໄດ້ໝູນໃຊ້ບົດຮຽນເຫລົ່ານີ້ ໂດຍປະສານສົມທົບກັບສະພາບຕົວຈິງຂອງຕົນດ້ວຍຜົນສຳເລັດ. ທັງໝົດນີ້ໄດ້ເປັນພື້ນຖານທາງການເມືອງຂອງການຮັດແໜ້ນການຮ່ວມມືຮອບດ້ານ. ນອກນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມສູນອະວະກາດຂອງຈີນ ເຊິ່ງເປັນການເປີດກວ້າງຂອບເຂດການຮ່ວມມື ລາວ-ຈີນ.
ເວົ້າລວມແລ້ວ, ທຸກສະຖານທີ່ ທີ່ ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາ ໃນໂອກາດເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປ ຈີນ ໃນຄັ້ງນີ້ ແມ່ນມີຄວາມສໍາຄັນ ແລະ ສາມາດນໍາໄປປັບໃຊ້ເຂົ້າໃນການພັດທະນາປະເທດ ຂອງລາວ. ການຢ້ຽມຢາມຈີນ ໃນຄັ້ງນີ້ ເປັນການຮັດແໜ້ນການຮ່ວມກັນສ້າງຄູ່ຮ່ວມຊາຕາກຳທຸກສະພາບການໃນຍຸກໃໝ່ ລາວ-ຈີນ ແລະ ເຮັດໃຫ້ການຮ່ວມມືສອງປະເທດສືບຕໍ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດນັບມື້ຫລາຍຂຶ້ນກວ່າເກົ່າ.

