Homeຂ່າວກິລາບໍລິສັດ ທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ 3X3

ບໍລິສັດ ທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ 3X3

ເມື່ອບໍ່ດົນມານີ້, ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນ ຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະ ການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນ ປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍທີມນັກກິລາ.

ການຈັດແຂ່ງຂັນຄັ້ງນີ້ ຈຸດປະສົງກໍເພື່ອເນັ້ນໃຫ້ນັກກິລາທຸກໆຄົນທີ່ເຂົ້າຮ່ວມ ຍຶດໝັ້ນຫລັກການ “ມິດຕະພາບມາກ່ອນການແຂ່ງຂັນ,” ເຄົາລົບ ການຕັດສິນຂອງຜູ້ຕັດສິນ (ຄະນະກຳມະການ), ຄູ່ແຂ່ງ ແລະ ຜູ້ຊົມ. ຜູ້ເຂົ້າ ຮ່ວມຕ້ອງປະຕິບັດຕາມກົດລະບຽບການແຂ່ງຂັນຢ່າງເຂັ້ມງວດ, ແຂ່ງຂັນໃນລັກສະນະທີ່ສຸພາບ, ປອດໄພ ແລະ ມີມິດຕະພາບນັກກິລາ ຊຶ່ງມີນັກກິລາເຂົ້າຮ່ວມທັງໝົດ 12 ທີມ. ກິລາບານບ້ວງ 3×3 ມີສະມາຊິກທັງໝົດ 4 ຄົນຕໍ່ທີມ (ຜູ້ຫລິ້ນໃນສະໜາມ 3 ຄົນ ແລະ ຜູ້ຫລິ້ນສໍາຮອງ 1 ຄົນ) ຊຶ່ງເງື່ອນໄຂຜູ້ເຂົ້າຮ່ວມຕ້ອງເປັນພະນັກງານສົມບູນຂອງອົງການຈັດຕັ້ງຂອງຕົນ, ມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດປະຈຳໂຕ.

ຜ່ານການແຂ່ງຂັນທີມຊະນະເລີດ ອັນດັບ 1 ໄດ້ແກ່ທີມທະນາຄານອຸດສາຫະກຳ ແລະ ການຄ້າ (ICBC), ອັນດັບ 2 ໄດ້ແກ່ທີມ ບໍລິສັດ ເທັກໂນໂລຊີພະລັງງານ ຈົງກວາງເຫີ (ລາວ) ຈຳກັດ ແລະ ອັນດັບ 3 ໄດ້ແກ່ທີມ ບໍລິສັດ ການລົງທຶນຮ່ວມ ລາວ-ຈີນ ຈຳກັດ. ສຳລັບລາງວັນແຕ່ລະທີມຈະໄດ້ຮັບຖ້ວຍລາງວັນ,ໃບຍ້ອງຍໍພ້ອມເງິນລາງວັນຈຳນວນໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments