ໃນວັນທີ 8-9 ມິຖຸນາ 2026 ທີ່ມະນິລາ ປະເທດຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງໜ້າ ຈາກອາຊຽນ, ປະເທດບວກສາມ, ປະເທດຜູ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໃນວັນທີ 8 ມິຖຸນາ 2026, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບຄູ່ເຈລະຈາອາຊຽນ ທີ່ຈະຈັດຂຶ້ນໃນເດືອນກໍກະກົດ 2026 ທີ່ ມະນິລາ, ຟີລິບປິນ; ໄດ້ຮັບຊາບຄວາມຄືບໜ້າການສ້າງປະຊາຄົມອາຊຽນ ໂດຍສະເພາະການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ; ປຶກສາຫາລືກ່ຽວກັບການກະກຽມສະເຫລີມສະຫລອງຄົບຮອບ 50 ປີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້, ວຽກງານເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້, ປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ເຈລະຈາ ເປັນຕົ້ນແມ່ນຄວາມຄືບໜ້າຂອງການເຈລະຈາຮ່າງແຜນປະຕິບັດງານສະບັບໃໝ່ ແລະ ບັນດາຖະແຫລງການຮ່ວມທີ່ກ່ຽວຂ້ອງ, ການສະເໜີເປັນຄູ່ຮ່ວມທາງການຂອງອາຊຽນ ແລະ ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດສະ ເຫລີມສະຫລອງການຮ່ວມມືອາຊຽນ-ລັດເຊຍ ຄົບຮອບ 35 ປີ ທີ່ຈະຈັດຂຶ້ນໃນວັນທີ 18 ມິຖຸນາ 2026 ທີ່ກາຊານ, ລັດເຊຍ.

ໃນວັນທີ 9 ມິຖຸນາ 2026, ທ່ານຮອງລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ, ພ້ອມທັງຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ໃນນີ້, ກອງປະຊຸມໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືອາຊຽນບວກສາມ ໃນຖານະທີ່ເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ເປັນຕົ້ນແມ່ນໄພທໍາມະຊາດ, ພະຍາດລະບາດ, ວິກິດທາງການເງິນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ປຶກສາຫາລືຮ່ວມກັນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29 ທີ່ຈະຈັດຂຶ້ນໃນເດືອນກໍລະກົດ ແລະ ເດືອນພະຈິກນີ້.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ໄດ້ທົບທວນຄືນການພົວພັນຮ່ວມມືພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຫລື ອີເອເອສ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານ ອີເອເອສ ສໍາລັບສົກປີ 2024-2028. ໃນນີ້, ກອງປະຊຸມ ໄດ້ເຫັນດີຮັດແໜ້ນການຮ່ວມມື ໂດຍເນັ້ນໃສ່ຂົງເຂດທີ່ເປັນບູລິມະສິດ ເປັນຕົ້ນແມ່ນຄວາມໝັ້ນຄົງທາງດ້ານພະລັງງານ ແລະ ສະບຽງອາຫານ, ການສຶກສາ, ການຫັນປ່ຽນເປັນດີຈິຕອນ, ປັນຍາປະດິດ, ການເຊື່ອມຈອດ, ການຮັບມືກັບໄພພິບັດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ພ້ອມກັນນີ້, ກອງປະຊຸມຍັງໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມຄວາມເປັນແກນກາງ ຂອງອາຊຽນ ກໍຄື ບົດບາດຂອງກົນໄກກອງປະຊຸມສຸດຍອດອາຊີຕາເວັນອອກ ໃນຖານະທີ່ເປັນເວທີເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ໄດ້ຮັບຊາບຜົນສຳເລັດການຈັດຕັ້ງປະຕິບັດບັນດາກອງປະຊຸມ ແລະ ກິດຈະກໍາ ພາຍໃຕ້ຂອບການຮ່ວມມືເວທີພາກພື້ນອາຊຽນ ສຳລັບສົກປີ 2025-2026 ແລະ ໄດ້ເຫັນດີກັບບັນດາກິດຈະກຳ ສຳລັບສົກປີ 2026-2027. ພ້ອມນີ້, ຍັງໄດ້ຮັບຊາບຄວາມຄືບໜ້າກ່ຽວກັບການຮ່າງແຜນປະຕິບັດງານມະນິລາ (2026-2036) ແລະ ໄດ້ປຶກສາຫາລືທິດທາງໃນຕໍ່ໜ້າສໍາລັບການຮ່ວມມືໃນຂອບເວທີພາກພື້ນອາຊຽນ, ທັງນີ້ກໍເພື່ອກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ໃນເດືອນກໍລະກົດ 2026 ທີ່ມະນິລາ, ຟີລິບປິນ. ນອກນີ້, ບັນດາປະເທດສະມາຊິກ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ວິກິດການດ້ານພະລັງງານ ແລະ ຄວາມໝັ້ນຄົງດ້ານສະບຽງອາ ຫານຂອງໂລກ ທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງຢູ່ບາງພາກພື້ນ; ການຮ່ວມມືເພື່ອແກ້ໄຂບັນຫາໄພຂົ່ມຂູ່ທາງໄຊເບີ ແລະ ການສໍ້ໂກງທາງອອນລາຍ, ອາຊະຍາກໍາຂ້າມຊາດ ແລະ ອື່ນໆ.

