ເມື່ອບໍ່ດົນມານີ້, ການນຳກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ເຂົ້າຮ່ວມກອງປະຊຸມສະພາບໍລິຫານໃຫຍ່ ຄັ້ງທີ VIII ຂອງກອງທຶນສິ່ງແວດລ້ອມໂລກ (GEF) ຢູ່ເມືອງຊາມາການ, ປະເທດ ອຸສເບກິດສະຖານ ນໍາໂດຍ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຄະນະ.
ກອງປະຊຸມດັ່ງກ່າວ, ແມ່ນເວທີປຶກສາຫາລື ໂດຍໄດ້ເຕົ້າໂຮມເອົາຜູ້ນຳທາງດ້ານສິ່ງແວດລ້ອມ, ຜູ້ກຳນົດນະ ໂຍບາຍ, ອົງການຈັດຕັ້ງທາງສັງຄົມ (CSO), ຊົນເຜົ່າພື້ນເມືອງ, ພາກເອກະຊົນ ແລະ ເຍົາວະຊົນ ຈາກທັງໝົດ 186 ປະເທດສະມາຊິກ, ໃນທຸກໆ 4 ປີ ເພື່ອທົບທວນຄືນນະໂຍບາຍ, ປະເມີນຜົນການດຳເນີນງານຂອງບັນດາໂຄງ ການທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນ GEF ແລະ ກຳນົດທິດທາງບຸລິມະສິດສຳລັບການ ເຄື່ອນໄຫວວຽກງານດ້ານສິ່ງແວດລ້ອມໃນອະນາຄົດ.
ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ປຶກສາຫາລືກ່ຽວກັບບັນຫາສິ່ງແວດລ້ອມລະດັບໂລກ ທີ່ຮີບດ່ວນ ເຊັ່ນ: ການສູນເສຍຊີວະນາໆພັນ, ການປ່ຽນແປງດິນຟ້າອາກາດ, ການຄວບຄຸມມົນລະພິດ ແລະ ການຊຸດໂຊມຂອງທີ່ດິນ. ຜ່ານການປຶກສາຫາລື ແລະ ການນຳສະເໜີເຫລົ່ານີ້, ກອງປະຊຸມໃຫຍ່ບໍ່ພຽງແຕ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມໂປ່ງໃສພາຍໃນລະບົບກອງທຶນ GEF ເທົ່ານັ້ນ, ແຕ່ຍັງຮັດແໜ້ນຄວາມສາມັກຄີລະດັບໂລກ ໃນການແກ້ໄຂບັນຫາສິ່ງແວດລ້ອມ ທີ່ສະຫລັບສັບຊ້ອນອີກດ້ວຍ.

ໃນໂອກາດນີ້, ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານປະເທດ ອຸສເບກິດສະຖານ ແລະ ກອງເລຂາ GEF ທີ່ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມໃຫຍ່ ຄັ້ງທີ 8 ນີ້, ພ້ອມທັງໄດ້ເນັ້ນໜັກເຖິງຄວາມຄືບໜ້າບັນດາໂຄງການພາຍໃຕ້ແຜນງານ GEF-8 ຜ່ານການຮ່ວມມືຕ່າງໆ ທີ່ສ້າງຜົນສຳເລັດຕົວຈິງໃນດ້ານຊີວະນາໆພັນ, ຄວາມສາມາດໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງດິນເຊື່ອມໂຊມ ແລະ ເນັ້ນຢ້ຳເຖິງຄວາມພ້ອມທີ່ຈະຂະຫຍາຍການຮ່ວມມື, ເພີ່ມທະວີນະວັດຕະກຳການເງິນແບບໃໝ່ (blended finance) ແລະ ຮັດແໜ້ນການສ້າງຜົນກະທົບທາງບວກໃຫ້ຫລາຍຂຶ້ນ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກສ ຍັງໄດ້ພົບປະສອງຝ່າຍກັບຕ່າງໜ້າຈາກກອງທຶນ GEF, ກອງທຶນອະນຸລັກສັດປ່າໂລກ (WWF), ອົງການ ອາຫານ ແລະ ການກະເສດ(FAO), ກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD), ອົງການສະ ຫະພັນສາກົນ ເພື່ອການອະນຸລັກທຳມະຊາດ (IUCN), ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະ ກຳ (UNIDO) ແລະ ທະນາຄານ ພັດທະນາອາຊີ (ADB) ເພື່ອເສີມຂະຫຍາຍການຮ່ວມມື ທາງດ້ານວິຊາການ ແລະ ຊອກຫາແຫລ່ງທຶນເຂົ້້າໃນວຽກງານ ຄຸ້ມຄອງປ່າໄມ້, ກະສິກໍາ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ແລະ ພິເສດ ໂດຍອີງຕາມການສະເໜີ ຈາກກອງເລຂາ ກອງທຶນ GEF ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງເຈດຈໍານົງ ແລະ ຕອບຮັບເປັນເຈົ້າພາບ ຈັດສຳມະນາກຸ່ມປະເທດສະມາຊິກພາກຂະຫຍາຍ (ECW) ຂອງ ກອງທຶນ GEF ໃນພາກພື້ນອາຊີ ທີ່ ນະຄອນຫລວງວຽງຈັນ ໃນທ້າຍເດືອນກັນຍາ 2026 ນີ້, ຊຶ່ງຈະເປັນໂອກາດດີ ຍົກລະດັບ ສປປ ລາວ ໃນວຽກງານດັ່ງກ່າວ ແລະ ດຶງດູດທຶນຫລາຍຂຶ້ນ.
ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

